ກອງປະຊຸມສຸດຍອດ ອາເມລິກາ - ລັດເຊຍ ຈະດຳເນີນໃນວັນທີ 16 ມິຖຸນາ
(VOVWORLD) -ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ຄູ່ຕຳແໜ່ງ ລັດເຊຍ Vladimir Putin ຈະດຳເນີນກອງປະຊຸມສຸດຍອດສອງຝ່າຍຄັ້ງທຳອິດໃນວັນທີ 16 ມິຖຸນາ ຢູ່ ສະວິດ ເພື່ອແນໃສ່ສ້າງປະຖົມປັດໄຈແກ່ສັງກາດໃໝ່ໃນການພົວພັນລະຫວ່າງ ອາເມລິກາ - ລັດເຊຍ.
ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ຄູ່ຕຳແໜ່ງ ລັດເຊຍ Vladimir Putin (ພາບ: TTXVN) |
ວັນທີ 25 ພຶດສະພາ, ທຳນຽບຂາວ ໄດ້ແຈ້ງໃຫ້ຊາບວ່າ ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ຄູ່ຕຳແໜ່ງ ລັດເຊຍ Vladimir Putin ຈະດຳເນີນກອງປະຊຸມສຸດຍອດສອງຝ່າຍຄັ້ງທຳອິດໃນວັນທີ 16 ມິຖຸນາ ຢູ່ ສະວິດ ເພື່ອແນໃສ່ສ້າງປະຖົມປັດໄຈແກ່ສັງກາດໃໝ່ໃນການພົວພັນລະຫວ່າງ ອາເມລິກາ - ລັດເຊຍ.
ຝ່າຍ ອາເມລິກາ ໃຫ້ຮູ້ວ່າ, ໃນກອງປະຊຸມສຸດຍອດດັ່ງກ່າວ, ການນຳສອງປະເທດ ຈະປຶກສາຫາລືກ່ຽວກັບບັນດາບັນຫາທີ່ຮີບດ່ວນໃນປັດຈຸບັນ, ໃນສະພາບການທີ່ສອງຝ່າຍພວມຊອກຫາວິທີຟື້ນຟູສະຖຽນລະພາບ ແລະ ອາດຈະຄາດຄະເນລ່ວງໜ້າ ແກ່ການພົວພັນລະຫວ່າງ ອາເມລິກາ - ລັດເຊຍ. ສ່ວນທ່ານໂຄສົກວັງ Kremlin Dmitry Peskov ຖືວ່າ ການນຳ ລັດເຊຍ ແລະ ອາເມລິກາ ຕ້ອງປຶກສາຫາລືກ່ຽວກັບການຮ່ວມມືໃນບັນຫາຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ແລະ ສ້າງສະຖຽນລະພາບທາງດ້ານນິວເຄຼຍ ຍຸດທະສາດ ເຊິ່ງເປັນບັນຫາທີ່ໄດ້ສົ່ງຜົນກະທົບຕໍ່ທົ່ວໂລກ.