ກອງ​ປະ​ຊຸມ​ສຸດຍອດ Cairo ບໍ່​ສາ​ມາດຍົກ​ອອກ​ຖະ​ແຫຼງ​ການ​ຮ່ວມ​ໄດ້; ສ​ປ​ຊ ມາ​ນະ​ພະ​ຍາ​ຍາມ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ໄປ​ຍັງ​ເຂດ Gaza

(VOVWORLD) - ຄວາມແຕກຕ່າງກັນກ່ຽວກັບທັດສະນະລະຫວ່າງບັນດາຄະນະຜູ້ແທນ ອາຣັບ ກັບ ເອີຣົບ ໄດ້ກີດຂວາງວິວັດທະນາການອອກຖະແຫຼງການຮ່ວມຂອງກອງປະຊຸມ.
ກອງ​ປະ​ຊຸມ​ສຸດຍອດ Cairo ບໍ່​ສາ​ມາດຍົກ​ອອກ​ຖະ​ແຫຼງ​ການ​ຮ່ວມ​ໄດ້; ສ​ປ​ຊ ມາ​ນະ​ພະ​ຍາ​ຍາມ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ໄປ​ຍັງ​ເຂດ  Gaza - ảnh 1ບັນດາການນໍາຖ່າຍຮູບລວມໃນກອງປະຊຸມສຸດຍອດສັນຕິພາບ Cairo, ຢູ່ ອີຢິບ (ພາບ: TTXVN)

ໃນກອງປະຊຸມສຸດຍອດ ສັນຕິພາບ Cairo, ໂດຍ ອີຢິບ ເປັນເຈົ້າພາບຈັດຂຶ້ນ ໃນວັນທີ 21 ຕຸລາ, ເພື່ອແນໃສ່ປຶກສາຫາລືກ່ຽວກັບແບບວິທີຫຼຸດຜ່ອນຄວາມເຄັ່ງຕຶງໃນການປະທະກັນລະຫວ່າງຂະບວນ Hamas ແລະ ອິດສະຣາແອັນ ກໍຄື ສະກັດກັ້ນຄວາມສ່ຽງການປະທະກັນແຜ່ລາມອອກສູ່ທົ່ວພາກພື້ນ, ການນຳບັນດາປະເທດບໍ່ບັນລຸໄດ້ຄວາມເຫັນດີເປັນເອກະພາບກ່ຽວກັບ “ລະດັບການກ່າວປະນາມ” ແລະ ຄຳຮຽກຮ້ອງຢຸດຍິງ.

ຄວາມແຕກຕ່າງກັນກ່ຽວກັບທັດສະນະລະຫວ່າງບັນດາຄະນະຜູ້ແທນ ອາຣັບ ກັບ ເອີຣົບ ໄດ້ກີດຂວາງວິວັດທະນາການອອກຖະແຫຼງການຮ່ວມຂອງກອງປະຊຸມ. ບັນດາແຫຼ່ງຂ່າວໃນພາກພື້ນ ໄດ້ຊີ້ໃຫ້ເຫັນວ່າ ຖະແຫຼງການຮ່ວມຍັງບໍ່ໄດ້ຍົກອອກມາ ຍ້ອນການນຳບັນດາປະເທດເອີຣົບ ຮຽກຮ້ອງກ່າວປະນາມກຳລັງ Hamas ແລະ ຮອງຮັບ “ສິດປ້ອງກັນຕົວ” ຂອງ ອິດສະຣາແອັນ.

 

ຕອບກັບ

ຂ່າວ/ບົດ​ອື່ນ