ກອງປະຊຸມສຸດຍອດ G20 ອອກຖະແຫຼງການຮ່ວມເນັ້ນໜັກເຖິງການຊຸກຍູ້ການຟື້ນຟູຫຼັງໂລກລະບາດໂຄວິດ - 19
(VOVWORLD) - ພາຍຫຼັງເຮັດວຽກມາເປັນເວລາ 2 ວັນ, ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ຄັ້ງທີ 17 ທີ່ຈັດຂຶ້ນຢູ່ເກາະ ບາລີ, ປະເທດ ອິນໂດເນເຊຍ ໄດ້ອັດລົງໃນວັນທີ 16 ພະຈິກ ແລະ ອອກຖະແຫຼງການຮ່ວມຂອງບັນດາການນຳ, ໃນນັ້ນໄດ້ເນັ້ນໜັກເຖິງຄວາມມານະພະຍາຍາມລວມ ແລະ ມາດຕະການຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19.
ກອງປະຊຸມສຸດຍອດ G20 ຄັ້ງທີ 17 ຈັດຂຶ້ນຢູ່ເກາະ ບາລີ, ປະເທດ ອິນໂດເນເຊຍ (ພາບ: YONHAP/TTXVN) |
ຕາມຖະແຫຼງການຮ່ວມແລ້ວ, ການນຳບັນດາປະເທດ G20 ໄດ້ຢັ້ງຢືນເຖິງຄວາມຕັດສິນໃຈສົມທົບກັນກະທຳ ເພື່ອແນໃສ່ຊຸກຍູ້ໂຄງການດຳເນີນງານມຸ່ງໄປເຖິງການຟື້ນຟູທົ່ວໂລກຢ່າງແຮງ, ກວມລວມ, ອົງອາດກ້າແກ່ນ ແລະ ພັດທະນາແບບຍືນຍົງ. G20 ຈະເພີ່ມທະວີການລົງທຶນພາກລັດ ແລະ ດຳເນີນການປະຕິຮູບໂຄງປະກອບ, ຊຸກຍູ້ການລົງທຶນພາກເອກະຊົນ, ການຄ້າຫຼາຍຝ່າຍ ແລະ ເພີ່ມທະວີຄວາມສາມາດຟື້ນຟູຂອງລະບົບສະໜອງທົ່ວໂລກ. ພ້ອມດຽວກັນນັ້ນ, ແມ່ນຮັກສາສະຖຽນລະພາບດ້ານການເງິນ ແລະ ເສດຖະກິດມະຫາພາກ; ຊຸກຍູ້ການຄ້ຳປະກັນດ້ານສະບຽງອາຫານ ແລະ ພະລັງງານ; G20 ໃຫ້ຄຳໝັ້ນສັນຍາປະຕິບັດບັນດາການກະທຳໂດຍດ່ວນເພື່ອກູ້ເອົາຊີວິດ, ສະກັດກັ້ນໄພອຶດຫີວ ແລະ ການຂາດທາດບຳລຸງ; ຊ່ວຍຕະຫຼາດເໜັງຕິງເປັນປົກກະຕິ; ເພີ່ມທະວີການຄ້າ ແລະ ການລົງທຶນເພື່ອຮັບປະກັນການຄ້ຳປະກັນດ້ານພະລັງງານ ແລະ ສະບຽງອາຫານໃນໄລຍະຍາວ. G20 ກໍຈະເປີດກວ້າງການລົງທຶນໃຫ້ບັນດາປະເທດທີ່ມີລາຍຮັບຕ່ຳ ແລະ ປານກາງ ໃຫ້ຫຼາຍກວ່າອີກ, ກໍຄືບັນດາປະເທດພວມພັດທະນາອື່ນ ຜ່ານຫຼາຍແຫຼ່ງກຳລັງ ແລະ ເຄື່ອງມືການເງິນທີ່ປະດິດຄິດສ້າງກວ່າ ເພື່ອແນໃສ່ໜູນຊ່ວຍໃຫ້ບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG).
ທີ່ພິທີປິດ G20 ປີ 2022, ທ່ານປະທານາທິບໍດີ ປະເທດເຈົ້າພາບ ອິນໂດເນເຊຍ Joko Widodo ໄດ້ມອບຄ້ອນຕີໃຫ້ແກ່ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ປະທານ G20 ໃນປີ 2023.