ກອງປະຊຸມສັນຕິພາບ ໃຫ້ແກ່ລີບີຮຽກຮ້ອງ ໃຫ້ຄຳສັ່ງຢຸດຍິງ ໃນທົ່ວປະເທດ
ສະພາບການຢູ່ລີບີ
(ພາບ: AFP/TTXVN )
(vovworld) –ວັນທີ 29/9, ບັນດາທ່ານສະມາຊິກລັດຖະສະພາລີບີ ໄດ້ເຂົ້າຮ່ວມກອງປະຊຸມສັນຕິພາບ ຊຶ່ງຈັດຂຶ້ນຢູ່ເທດສະບານເມືອງ Ghadamis ທາງທິດຕາເວັນຕົກລີບີ ໂດຍຄະນະປະຕິບັດງານ ສປຊ ປະຈຳລີບີ (UNSMIL) ເປັນຄົນກາງ ພ້ອມກັນຮຽກຮ້ອງໃຫ້ມີສັນຍາຢຸດຍິງໃນທົ່ວປະເທດ ລະຫວ່າງບັນດາກຸ່ມປະກອບອາວຸດ ແລະ ຈັດການໂອ້ລົມສົນທະນາເພື່ອແນໃສ່ຢຸດຕິສະພາບການໃຊ້ຄວາມຮຸນແຮງທີ່ພວມມີໄພຍູ້ປະເທດຜະລິດນ້ຳມັນນີ້ຕົກເຂົ້າສູ່ສະພາບເສິກກາງເມືອງ. ທີ່ກອງປະຊຸມ, ບັນດາຜູ້ແທນຕາງໜ້າໃຫ້ລັດຖະບານທີ່ຫາກໍ່ໄດ້ຮັບການຮັບຮອງຈາກສາກົນ ທີ່ມີສຳນັກງານຕັ້ງຢູ່ເທດສະບານເມືອງແຄມທະເລທາງພາກຕາເວັນອອກ Tobruck ມໍ່ກັບເຂດຊາຍແດນຕິດກັບອີຢີບ ແລະ ສະມາຊິກລັດຖະສະພາຝ່າຍຄ້ານ 12 ທ່ານທີ່ຕາງໜ້າໃຫ້ນະຄອນ Misrata ສະໜັບສະໜູນລັດຖະບານໂດຍສະພາ ປຊຊ ທົ່ວປະເທດລີບີ ສ້າງຕັ້ງຂຶ້ນ ໄດ້ເຫັນດີເປັນເອກະສັນເປີດສະໜາມບິນແຫ່ງຕ່າງໆຄືນໃໝ່ ກໍ່ຄືຮີບເຮັ່ງແກ້ໄຂບັນດາຄວາມຕ້ອງການມະນຸດສະທຳໂດຍພາຍໃຕ້ການເປັນກາງຂອງ ສປຊ./.