ກອງປະຊຸມສະມາຊິກສະພາແຫ່ງຊາດໜຸ່ມທົ່ວໂລກຄັ້ງທີ 9 - ເຫດການສາກົນພິເສດສະເພາະຂອງໄວໜຸ່ມ

(VOVWORLD) -     ກອງປະຊຸມສະມາຊິກສະພາແຫ່ງຊາດ(ສ.ສ.ຊ)ໜຸ່ມທົ່ວໂລກຄັ້ງທີ 9 ໂດຍສະພາແຫ່ງຊາດຫວຽດນາມ ເປັນເຈົ້າພາບຈັດຂຶ້ນດ້ວຍຫົວຂໍ້ວ່າ: “ບົດບາດຂອງໄວໜຸ່ມໃນການຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຜ່ານການຫັນເປັນດີຈີຕອນ ແລະ ນະວັດຕະກຳ” ຊຶ່ງໄດ້ດຳເນີນແຕ່ວັນທີ 14-17 ກັນຍາ, ຢູ່ຮ່າໂນ້ຍ
ກອງປະຊຸມສະມາຊິກສະພາແຫ່ງຊາດໜຸ່ມທົ່ວໂລກຄັ້ງທີ 9 - ເຫດການສາກົນພິເສດສະເພາະຂອງໄວໜຸ່ມ - ảnh 1ທ່ານ ຫວູຫາຍຮ່າ, ປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ

     ທີ່ກອງປະຊຸມຖະແຫຼງຂ່າວກ່ຽວກັບເຫດການນີ້ໃນຕອນບ່າຍວັນທີ 12 ກັນຍາ,  ຄະນະຈັດຕັ້ງ ໃຫ້ຮູ້ວ່າ: ນີ້ແມ່ນກອງປະຊຸມທີ່ມີຂອບຂະໜາດໃຫຍ່ສຸດນັບແຕ່ກ່ອນເປັນຕົ້ນມາ, ດ້ວຍການ ເຂົ້າຮ່ວມຂອງຜູ້ແທນເກືອບ 500 ຄົນ, ໃນນັ້ນມີ ຜູ້ແທນສາກົນຫຼາຍກວ່າ 300 ຄົນ ທີ່ມາຈາກ 80 ຄະນະທີ່ຕາງໜ້າໃຫ້ລັດຖະສະພາສາກົນ. ບັນດາອົງການ, ເວທີປາໄສລັດຖະສະພາລະຫວ່າງຊາດ ພາກພື້ນ ແລະ ບັນດາອົງການຊາວໜຸ່ມສາກົນ. ກອງປະຊຸມປະກອບມີ 3 ວາລະປຶກສາຫາລືຫົວເລື່ອງສະເພາະກ່ຽວກັບ ການຫັນເປັນດິຈິຕອນ; ນະວັດຕະກໍາ ແລະ ເລີ່ມຕົ້ນທຸລະກິດ; ຊຸກຍູ້ການເຄົາລົບຄວາມຫຼາກຫຼາຍສີສັນວັດທະນະທຳເພື່ອການພັດທະນາແບບຍືນຍົງ.

    ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ, ທ່ານ ຫວູຫາຍຮ່າ, ປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ ເນັ້ນໜັກວ່າ:      

     “ເລື່ອງສະພາແຫ່ງຊາດຫວຽດນາມເປັນເຈົ້າພາບຈັດກອງປະຊຸມສະມາຊິກສະພາແຫ່ງຊາດຊາວໜຸ່ມທົ່ວໂລກຄັ້ງທີ 9 ປີ 2023 ແມ່ນເຫດການການຕ່າງປະເທດມີຄວາມໝາຍ ແລະ ຄວາມສຳຄັນ, ຢັ້ງຢືນການເຂົ້າຮ່ວມຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງຫວຽດນາມ ໃນອົງການລັດຖະສະພາໃຫຍ່ທີ່ສຸດໃນໂລກ. ພ້ອມກັນນັ້ນ, ກໍສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະ ຄວາມເປັນຫ່ວງຂອງຫວຽດນາມຕໍ່ຊາວໜຸ່ມ ແລະ ບັນດາບັນຫາທົ່ວໂລກຂອງຊາວໜຸ່ມໃນປະຈຸບັນ. ນີ້ກໍ່ແມ່ນການເຄື່ອນໄຫວປະຕິບັດຄຳສັ່ງເລກທີ 25 ຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການຊຸກຍູ້ ແລະ ຍົກສູງການພົວພັນຕ່າງປະເທດຫຼາຍຝ່າຍຮອດປີ 2030 ແລະ ຍຸດທະສາດພັດທະນາຊາວໜຸ່ມ ຫວຽດນາມ ໄລຍະ 2021 – 2030.

     ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວຂ່າວ, ທ່ານນາງ Zena Hial, ຜູ້ອຳນວຍການໂຄງການ ສ.ສ.ຊ  IPU ໄດ້ຂອບໃຈສະພາແຫ່ງຊາດ ແລະ ການນຳຫວຽດນາມ ທີ່ໄດ້ສ້າງໂອກາດໃຫ້ IPU ສົມທົບຈັດຕັ້ງກອງປະຊຸມສະພາແຫ່ງຊາດໜຸ່ມທົ່ວໂລກຄັ້ງທີ 9.ຊຶ່ງແມ່ນເຫດການສາກົນທີ່ພິເສດສຳລັບໄວໜຸ່ມ:

       ກອງປະຊຸມສະມາຊິກສະພາແຫ່ງຊາດໜຸ່ມທົ່ວໂລກຄັ້ງທີ 9 ກໍ່ແມ່ນໂອກາດເພື່ອໃຫ້ຫວຽດນາມ ໂຄສະນາຢ່າງກວ້າງຂວາງເຖິງບັນດາເພື່ອນມິດສາກົນກ່ຽວກັບຮີດຄອງປະເພນີ, ວັດທະນະທຳ, ປະເທດ, ປະຊາຊົນ, ເປັນຕົ້ນແມ່ນນະໂຍບາຍການຕ່າງປະເທດ ແລະ ໝາກຜົນຂອງກິດຈະການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ. ພ້ອມກັນນັ້ນ, ກໍ່ແມ່ນໂອກາດເພື່ອແນໃສ່ເພີ່ມທະວີການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ບັນດາເປົ້າໝາຍທີ່ສຳຄັນ, ພິເສດແມ່ນສະມາຊິກລັດຖະສະພາໜຸ່ມ, ການນຳໜຸ່ມຂອງປະເທດຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ