(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 17/07, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນທຽນເຍີນ ໄດ້ເປັນປະທານກອງປະຊຸມຜ່ານເຄືອຄ່າຍອີນເຕີແນດທົ່ວປະເທດ ສະຫຼຸບ 3 ປີແຫ່ງການປະຕິບັດການບຳລຸງສ້າງວິຊາຊີບໃຫ້ແກ່ຄົນງານຊົນນະບົດຕາມແຜນຮ່າງ 1956 ຂອງນາຍົກລັດຖະມົນຕີ. ບົດລາຍງານຂອງຄະນະຊີ້ນຳການປະຕິບັດແຜນຮ່າງໃຫ້ຮູ້ວ່າ: ໃນ 3 ປີຜ່ານມາ, ບັນດາແຂວງ, ນະຄອນ ໃນທົ່ວປະເທດ ໄດ້ໜູນຊ່ວຍບຳລຸງສ້າງວິຊາຊີບໃຫ້ແກ່ຄົນງານຊົນນະບົດໄດ້ກວ່າ 1 ລ້ານຄົນ, ບັນລຸເກືອບ 80% ແຜນການ. ຍອດຈຳນວນເງິນທີ່ສະຫງວນໃຫ້ແກ່ການບຳລຸງສ້າງໃນໄລຍະຜ່ານມາແມ່ນເກືອບ 4.800 ຕື້ດົງ, 70% ຈຳນວນຄົນງານຜ່ານການບຳລຸງສ້າງ ໄດ້ມີວຽກເຮັດງານທຳ. ບົດລາຍງານກໍໃຫ້ຮູ້ວ່າ, ມາຮອດປະຈຸບັນ, ໃນທົ່ວປະເທດມີສູນບຳລຸງສ້າງວິຊາຊີບສັງກັດລັດຂັ້ນເມືອງ 400 ແຫ່ງ ແລະ ໂຮງຮຽນອາຊີວະຊັ້ນກາງ128 ແຫ່ງມີຄົນງານຊົນນະບົດ. ແຕ່ນີ້ຮອດປີ 2015, ໂຄງການ ຈະບຳລຸງສ້າງວິຊາຊີບໃຫ້ຄົນງານຊົນນະບົດ 2 ລ້ານຄົນ, ສູ້ຊົນມີກວ່າ 70% ໃນຈຳນວນດັ່ງກ່າວມີວຽກເຮັດງານທຳ.