ຕອນເຊົ້າວັນທີ 13 ມັງກອນ, ຢູ່ ຮ່າໂນ້ຍ, ຫ້ອງວ່າການລັດຖະບານໄດ້ຈັດກອງປະຊຸມສະຫຼຸບວຽກງານປີ 2011 ແລະ ຜັນຂະຫຍາຍໜ້າທີ່ປີ 2012. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ຊີ້ແຈງ 5 ໜ້າທີ່ຈຸດສຸມສຳລັບຫ້ອງວ່າການລັດຖະບານ. ໃນນັ້ນ ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ຫ້ອງວ່າການລັດຖະບານເປັນເສນາທິການ, ລວບລວມຄຳເຫັນໃນການຜັນຂະຫຍາຍແຜນການພັດທະນາເສດຖະກິດສັງຄົມໃນໄລຍະ 5 ປີທີ່ຈະມາເຖິງ, ກໍ່ສ້າງ ແລະ ຄວບຄຸມໂຄງການປະຕິບັດງານຂອງລັດຖະບານ, ນາຍົກລັດຖະມົນຕີ, ບັນດາຮອງນາຍົກລັດຖະມົນຕີ ແລະ ກະຊວງ, ຂະແໜງການຕ່າງໆ, ຍົດສູງຄຸນນະພາບ, ລະດັບຄວາມໄວໃນການກໍ່ສ້າງບັນດາແຜນຮ່າງຍື່ນສະເໜີຕໍ່ສູນກາງ, ບັນດາຮ່າງກົດໝາຍເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ ແລະ ດຳລັດທີ່ຍື່ນສະເໜີຕໍ່ລັດຖະບານ, ເປັນເສນາທິການລວບລວມເພື່ອຍື່ນສະເໜີຕໍ່ນາຍົກລັດຖະມົນຕີ, ບັນດາຮອງນາຍົກລັດຖະມົນຕີແກ້ໄຂວຽກງານປະຈຳວັນຢ່າງວ່ອງໄວ ແລະ ຊັດເຈນ. ຫ້ອງວ່າການລັດຖະບານເພີ່ມທະວີການຕິດຕາມກວດກາ, ຊຸກຍູ້ການປະຕິບັດມະຕິຕ່າງໆ, ບັນດາເອກະສານຊີ້ນຳ, ນຳພາຂອງລັດຖະບານ, ນາຍົກລັດຖະມົນຕີ. ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳໃຫ້ຫ້ອງວ່າການລັດຖະບານສືບຕໍ່ປະຕິບັດໜ້າທີ່ສະໜອງຂໍ້ມູນຂ່າວສານໃຫ້ດີ, ກຳນົດທິດຫາງສຽງ, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ. ມີຄວາມສະດຸງໄວເປັນເຈົ້າການກຳແໜ້ນ ແລະ ແກ້ໄຂຂໍ້ມູນຂ່າວກ່ຽວກັບບັນດາບັນຫາທີ່ພົ້ນເດັນໃນສັງຄົມເພື່ອສະເໜີວິທີການແກ້ໄຂຢ່າງທັນການ.