ກອງປະຊຸມສະຫຼຸບ 25 ປີແຫ່ງການ ລົງທຶນຈາກຕ່າງປະເທດຢູ່ຫວຽດນາມ

ກອງປະຊຸມສະຫຼຸບ 25 ປີແຫ່ງການ ລົງທຶນຈາກຕ່າງປະເທດຢູ່ຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​
ເຂົ້າ​ຮ່ວມ ​ແລະ ຊີ້​ນຳ​ກອງ​ປະຊຸມ
(ພາບ: chinhphu.vn)


(vovworld) -     ວັນ​ທີ 27/03, ຢູ່​ຮ່າ​ໂນ້ຍ ​ໄດ້​ຈັດກອງ​ປະຊຸມ​ສະຫຼຸບ 25 ປີ​ແຫ່ງ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ຢູ່​ຫວຽດນາມ (FDI), ​ເພື່ອ​ແນ​ໃສ່​ສະຫຼຸບ, ຕີ​ລາຄາ​ຢ່າງຮອບດ້ານ​ບັນດາ​ຜົນງານ​ເຊິ່ງບັນລຸ​ໄດ້ ກໍ​ຄືບັນດາ​ຂໍ້​ຈຳກັດ, ສິ່ງ​ທີ່ຄົງ​ຄ້າງຂອງ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ. ບົນ​ພື້ນຖານ​ນັ້ນ, ຈະ​ກຳນົດ​ບັນດາ​ທິດ​ທາງ, ມາດ​ຕະການ​ແກ້​ໄຂ​ໃນ​ໄລຍະ​ຈະ​ມາ​ເຖິງ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ນີ້. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ເຂົ້າ​ຮ່ວມ ​ແລະ ຊີ້​ນຳ​ກອງ​ປະຊຸມ, ພ້ອມ​ກັບ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ; ການ​ນຳ​ຄະນະ​ກຳມະການ​ປະຊາຊົນ​ບັນດາ​ແຂວງ, ນະຄອນ, ຄະນະ​ຄຸ້ມ​ຄອງ​ເຂດ​ອຸດສາຫະກຳ​ຂອງ​ທ້ອງ​ຖິ່ນ​ຕ່າງໆ, ບັນດາ​ສະຫະ​ສະມາຄົມວິ​ສາ​ຫະກິດ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ; ບັນດາ​ອົງການ​ຄົ້ນ​ຄ້ວາ, ຜູ້​ຊ່ຽວຊານ ​ແລະ ນັກວິທະຍາສາດ​​​​.

ພາຍ​ຫຼັງ 25 ປີ​ແຫ່ງ​ການເປີດ​ປະຕູ, ຮອດ​ວັນ​ທີ 31/12/2012, ຫວຽດນາມ ມີ​ກວ່າ 14.000 ​ໂຄງການ​ຍັງ​ມີ​ຜົນ​ສັກ​ສິດ ດ້ວຍ​ຍອດ​ຈຳນວນ​ເງິນ​ຈົດ​ທະບຽນ​ກວ່າ 210 ຕື້ USD, ​ໃນ​ນັ້ນ​ຂົງ​ເຂດ​ອຸດສາຫະກຳ​ປຸງ​ແຕ່ງ, ຜະລິດ​ຕະພັນ​ກວມ​ເອົາ​ອັດຕາ​ສູງ​ສຸດ​ແມ່ນ 50,3% ຈຳນວນ​ເງິນ​ລົງທຶນ. ນະຄອນ​ໂຮ່ຈິ​ມິນ ​ແມ່ນ​ທ້ອງ​ຖິ່ນ​ນຳ​ໜ້າ​ໃນ​ການ​ດຶງ​ດູດ​ທຶນ FDI ດ້ວຍ​ຈຳນວນ​ເງິນ 32,2 ຕື້ USD, ຖັດ​ຈາກ​ນັ້ນ​ແມ່ນ​ແຂວງ ບາ​​ເຮີຍ - ວູ້ງ​ເຕົ່າ, ຮ່າ​ໂນ້ຍ, ດົງ​ນາຍ ​ແລະ ບິ່ງ​ເຢືອງ.

ກ່າວ​ຄຳ​ເຫັນ​ທີ່​ໄຂ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ​ແລະ​ການ​ລົງທຶນ ບຸ​ຍກວາງ​ວິ​ງ ​ເນັ້ນ​ໜັກ​ວ່າ: ​ໃນ 25 ປີຜ່ານມາ, ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ເຂົ້າ​ຫວຽດນາມ ​ໄດ້​ປະກອບສ່ວນ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ​ຕາມ​ທິດ​ອຸດສາຫະກຳ​ທີ່​ທັນ​ສະ​ໄໝ, ສ້າງ​ວຽກ​ເຮັດ​ງານ​ທຳ, ​ເພີ່ມ​ວົງ​​ເງິນ​ສົ່ງ​ອອກ, ​ເພີ່ມ​ລາຍ​ຮັບ​ງົບປະມານ ​ແລະ ຫວຽດນາມ ກໍ​ຮໍ່າຮຽນ​ບັນດາ​ບົດ​ຮຽນ, ຮັບ​ຮູ້ບັນດາ​ເຕັກ​ໂນ​ໂລ​ຊີ​ໃໝ່​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ. ​ໃນ​ສະພາບ​ທີ່​ເສດຖະກິດ​ໂລກ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ຫວຽດນາມ ຕ້ອງ​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ​ກວ່າ​ອີກ ​ຈຶ່ງ​ສາມາດ​ແກ່ງ​ແຍ່ງກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ໃນ​ຂົງ​ເຂດ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ໄດ້.

ຂ່າວ/ບົດ​ອື່ນ