(vovworld) – ຕອນເຊົ້າວັນທີ 09/04, ຢູ່ແຂວງຟຸທ້ໍ, ຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອ (ເຂດໄຕບັກ) ໄດ້ສົມທົບກັບກະຊວງປ້ອງກັນປະເທດ, ກະຊວງສາທາລະນະສຸກ ຈັດກອງປະຊຸມສະຫຼຸບ 5 ປີແຫ່ງການປະຕິບັດວຽກງານສົມທົບລະຫວ່າງເສນາລັກ ແລະ ການແພດປະຊາຊົນເຂດໄຕບັກ ໄລຍະ 2009 – 2014. ກ່າວຄຳເຫັນຊີນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຫົວໜ້າຄະນະຊີ້ນຳເຂດໄຕບັກ, ຮຽກຮ້ອງ: ທຸກຂັ້ນ, ທຸກຂະແໜງການຕ້ອງຮັບຮູ້ຢ່າງຄົບຖ້ວນກ່ຽວກັບຄວາມສຳຄັນຂອງວຽກງານສົມທົບກັນລະຫວ່າງເສນາລັກ ແລະ ການແພດປະຊາຊົນ, ຖືນີ້ແມ່ນໜ້າທີ່ເປັນປະຈຳຍາວນານ, ແມ່ນມາດຕະການຍຸດທະສາດໃນພາລະກິດສົ່ງເສີມສຸຂະພາບໃຫ້ແກ່ປະຊາຊົນ ແລະ ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ. ທ່ານຮອງນາຍົກລັດຖະມົນຕີ ຊີ້ນຳສືບຕໍ່ຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງ, ຊີ້ນຳ, ບໍລິຫານຂອງຄະນະເສນາລັກ - ການແພດປະຊາຊົນທຸກຂັ້ນ, ເອົາໃຈໃສ່ເພີ່ມທະວີດ້ານຈຳນວນຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດໃຫ້ບັນດາຮາກຖານປິນປົວພະຍາດລະຫວ່າງເສນາລັກ ແລະ ການແພດປະຊາຊົນ.
ຜ່ານ 5 ປີແຫ່ງການປະຕິບັດໂຄງການ “ກອງທັບ ຮ່ວມແຮງຮ່ວມໃຈເພື່ອສຸຂະພາບປະຊາຄົມ”, ບັນດາກຳລັງກວດ, ປິນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ, ໃຫ້ຄຳປຶກສາດ້ານສຸຂະພາບໃຫ້ກວ່າ 18.000 ເທື່ອຄົນ, ມອບຂອງຂວັນໃຫ້ເປົ້າໝາຍນະໂຍບານ, ຄົນທຸກຍາກໃຫ້ກວ່າ 1.000 ຄົນ, ມອບອຸປະກອນການແພດໃຫ້ສຸກສາລາຕາແສງ 40 ແຫ່ງ.