ກອງປະຊຸມສະຫລຸບຂະບວນ ການແຂ່ງຂັນຮັກຊາດ ຂອງຊາວຄຼິດປີ 2014
(ພາບ: TA)
(vovworld)- ທີ່ກອງປະຊຸມສະຫລຸບຂະບວນການແຂ່ງຂັນຮັກຊາດຂອງຊາວຄຼິດປີ 2014 ຈັດຂຶ້ນໃນຕອນເຊົ້າວັນທີ 17/12 ຢູ່ຮ່າໂນ້ຍ, ບັນດາບົດປະກອບຄຳເຫັນໄດ້ຍົກອອກການຫັນປ່ຽນທີ່ຕັ້ງໜ້າໃນຂະບວນການແຂ່ງຂັນຮັກຊາດຂອງຊາວຄຼິດໃນປີ 2014. ຕາມນັ້ນແລ້ວ, ບັນດາຮູບແບບໃໝ່, ວິທີທີ່ມີຫົວຄິດປະດິດສ້າງ, ເປັນແບບຢ່າງໄດ້ປະກົດມີຢູ່ທົ່ວທຸກທ້ອງຖິ່ນ. ຍ້ອນເຫດນັ້ນ, ເຂດຊຸມຊົນຊາວຄຼິດຫຼາຍແຫ່ງໄດ້ກາຍເປັນເຂດຊຸມຊົນແບບຢ່າງດີເດັ່ນໃນການພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ. ໃນປີ 2014, ຄະນະກຳມະການສາມັກຄີຊາວຄຼິດ ໄດ້ເປີດກ້ວາງຢູ່ 40 ທ້ອງຖິ່ນ. ກ່ຽວກັບການເຄື່ອນໄຫວຕ່າງປະເທດ, ຄະນະກຳມະການສາມັກຄີຊາວຄຼິດຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນສາກົນຫຼາຍຄະນະ…ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລບາຈິ່ງ ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຊົມເຊີຍຄວາມມານະພະຍາຍາມຂອງຊາວຄຼິດໃນທົ່ວປະເທດໃນທຸກຂົງເຂດຂອງຊີວິດສັງຄົມ. ໃນໂອກາດວັນບຸນ ຄຼິດສະມາດປີ 2014, ທ່ານເລບາຈິ່ງ ໄດ້ຝາກຄຳອວຍພອນຢູ່ເຢັນເປັນສຸກມາຍັງຊາວຄຼິດໃນທົ່ວປະເທດ./.