ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ເຮັດວຽກ

(VOVWORLD) - ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີໂດຍພື້ນຖານຕໍ່ບົດລາຍງານກ່ຽວກັບເສດຖະກິດ - ສັງຄົມ ໂດຍລັດຖະບານຍື່ນສະເໜີຕໍ່ສະພາແຫ່ງຊາດ.
ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ເຮັດວຽກ - ảnh 1ທີ່ກອງປະຊຸມ
(ພາບ: TTXVN)

        ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ເຮັດວຽກ, ຕອນເຊົ້າວັນທີ 29 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ສະພາແຫ່ງຊາດ ໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບການຕີລາຄາເພີ່ມເຕີມໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດປີ 2023; ສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານ ແຫ່ງລັດຊຸມເດືອນຕົ້ນປີ 2024.

        ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີໂດຍພື້ນຖານຕໍ່ບົດລາຍງານກ່ຽວກັບເສດຖະກິດ - ສັງຄົມ ໂດຍລັດຖະບານຍື່ນສະເໜີຕໍ່ສະພາແຫ່ງຊາດ. ຕາມນັ້ນແລ້ວ, ປີ 2023, ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ເສດຖະກິດ - ສັງຄົມຂອງ ຫວຽນນາມ ບັນລຸໝາກຜົນ, ຜົນງານສຳຄັນຫຼາຍຢ່າງ.

        ເມື່ອເນັ້ນໜັກເຖິງການສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ວິສາຫະກິດແມ່ນບັນຫາສຳຄັນ, ທ່ານ ຮ່ວາງກວດແຄງ, ສະມາຊິກສະພາແຫ່ງຊາດແຂວງ ລາຍເຈົາ, ຖືວ່າ:

        “ເພື່ອບັນລຸໄດ້ເປົ້າໝາຍເຕີບໂຕເສດຖະກິດແຕ່ 6 6,5% ທີ່ໄດ້ວາງອອກໃຫ້ແກ່ປີ 2024, ເລື່ອງສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດມີສະຖຽນລະພາບ, ລົງທຶນພັດທະນາແມ່ນປັດໃຈສຳຄັນຍີ່ງ, ໃນນັ້ນ, ບັນຫາສ້າງຄວາມໄວ້ເນື້ອເຊື່ອໃຈຂອງວິສາຫະກິດໃນການຊຸກຍູ້ການຜະລິດ, ດຳເນີນທຸລະກິດຕ້ອງໄດ້ຮັບຄວາມເອົາໃຈໃສ່ເໜືອກວ່າສິ່ງໃດໝົດ”.

        ພ້ອມກັນນັ້ນ, ບັນດາສະມາຊິກສະພາແຫ່ງຊາດກໍ່ສະເໜີວ່າ, ລັດຖະບານສືບຕໍ່ຍູ້ແຮງການປະຕິຮູບລະບຽບການບໍລິຫານ; ສົ່ງເສີມ, ປົກປ້ອງພະນັກງານທີ່ມີຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ກ້າຄິດກ້າທຳ, ກ້າຮັບຜິດຊອບເພື່ອຜົນປະໂຫຍດລວມ.

ໃນວັນດຽວກັນ, ສະພາແຫ່ງຊາດປຶກສາຫາລືຢູ່ຫໍປະຊຸມກ່ຽວກັບໝາກຜົນການປະຕິບັດບັນດາເປົ້າໝາຍແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍປີ 2023. ບັນດາສະມາຊິກສະພາແຫ່ງຊາດຕີລາຄາສູງໝາກຜົນທີ່ ຫວຽດນາມ ບັນລຸໄດ້ໃນວຽກງານຄວາມສະເໝີພາບລະຫວ່າງຍິງ - ຊາຍໃນໄລຍະຜ່ານມາ.

ໄລ່ຮອດທ້າຍປີ 2023, ມີ 11/20 ມາດຕະຖານທີ່ ຫວຽດນາມ ບັນລຸໄດ້ ແລະ ລື່ນກາຍເມື່ອທຽບໃສ່ເປົ້າໝາຍຂອງຍຸດທະສາດຄວາມສະເໝີພາບລະຫວ່າງຍິງ - ຊາຍຮອດປີ 2050. ນອກນັ້ນ, ຍັງມີ 3 ຄາດໝາຍບັນລຸໄດ້ສ່ວນໜຶ່ງເມື່ອທຽບໃສ່ເປົ້າໝາຍທີ່ໄດ້ວາງອອກ, 12 ຄາດໝາຍບັນດາລຸໝາກຜົນດີກວ່າເມື່ອທຽບໃສ່ປີ 2022.

ໂດຍມີຄວາມປະທັບໃຈຕໍ່ຄາດໝາຍອັດຕາແຮງງານຍິງເຮັດວຽກງານຮັບເງິນເດືອນປີ 2023 ລື່ນກາຍຄາດໝາຍ, ທ່ານນາງ ຫງວຽນຮ່ວາງບາວເຈິມ, ສະມາຊິກສະພາແຫ່ງຊາດແຂວງ ບິ່ງເຢືອງ, ຖືວ່າ:

“ໃນຈຳນວນ 20 ຄາດໝາຍ, ມີ 3 ຄາດໝາຍກ່ຽວຂ້ອງເຖິງການປະກອບສ່ວນຂອງແຮງງານຍິງ. ຕົວຢ່າງຄື: ແຮງງານຍິງກວ່າ 50% ມີວຽກເຮັດງານທຳ. ບົດບາດຂອງແມ່ຍິງກໍ່ໄດ້ຮັບການຢັ້ງຢືນ ຍ້ອນແມ່ຍິງມີວຽກເຮັດງານທຳ, ແມ່ນຍິງພິສູດໃຫ້ເຫັນໄດ້ທີ່ຕັ້ງຂອງຕົນ. ສິ່ງນັ້ນສະແດງໃຫ້ເຫັນຄວາມກ້າວໜ້າກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍຢ່າງຈະແຈ້ງ”.

ຕອບກັບ

ຂ່າວ/ບົດ​ອື່ນ