ພາບປະກອບ
(vovworld) - ຕອນເຊົ້າວັນທີ 25/11, ສະພາແຫ່ງຊາດໄດ້ເຮັດວຽກຢູ່ຫໍປະຊຸມ ລົງມະຕິຮັບຮອງເອົາກົດໝາຍວ່າດ້ວຍການປົກປ້ອງ ແລະ ກວດໂລກລະບາດພືດ ພາຍໃຕ້ການເປັນປະທານຂອງທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍການກໍ່ສ້າງ (ສະບັບປັບປຸງ).
ກ່ອນທີ່ດຳເນີນການລົງຄະແນນສຽງຮັບຮອງເອົາ, ສະພາແຫ່ງຊາດໄດ້ຮັບຟັງຫົວໜ້າກຳມາທິການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຟ້ານຊວນຢູ້ງ ສະເໜີບົດລາຍງານອະພິປາຍ, ຮັບຟັງປັບປຸງຮ່າງກົດໝາຍວ່າດ້ວຍການປົກປ້ອງ ແລະ ກວດໂລກລະບາດພືດ ທີ່ບັນດາ ສສຊ ປຶກສາຫາລືຢູ່ຫໍປະຊຸມ. ຮ່າງກົດໝາຍວ່າດ້ວຍການປົກປ້ອງ ແລະ ກວດໂລກລະບາດພືດລວມມີ 5 ພາກ, 77 ມາດຕາ, ກຳນົດການເຄື່ອນໄຫວປ້ອງກັນ, ຕ້ານໂລກລະບາດ, ກວດໂລກລະບາດພືດ, ຄຸ້ມຄອງຢາຂ້າສັດຕູພືດ.
ເວລາທີ່ຍັງເຫຼືອຂອງວາລະເຮັດວຽກຕອນເຊົ້າ, ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການກໍ່ສ້າງ (ສະບັບປັບປຸງ).
ບັນດາ ສສຊ ໄດ້ລົງມະຕິຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຕ້ອນຮັບພົນລະເມືອງ ແລະ ປຶກສາຫາລື ກ່ຽວກັບຮ່າງກົດໝາຍວ່າດ້ວຍການຮັກສາສິ່ງແວດລ້ອມ (ສະບັບປັບປຸງ) ໃນວາລະເຮັດວຽກເມື່ອຕອນບ່າຍວັນທີ 25/11.
ເປີດສາກວາລະປະຊຸມ, ສະພາແຫ່ງຊາດໄດ້ຮັບຟັງກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າກຳມາທິການກົດໝາຍ ຟານຈູງຫຼີ ສະເໜີບົດລາຍງານອະພິປາຍ, ຮັບຟັງຄຳເຫັນຂອງ ສສຊ ກ່ຽວກັບຮ່າງກົດໝາຍວ່າດ້ວຍການຕ້ອນຮັບພົນລະເມືອງ. ດ້ວຍບັດເຫັນດີກ່ວາ 84%, ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍການຕ້ອນຮັບພົນລະເມືອງ. ກົດໝາຍວ່າດ້ວຍພົນລະເມືອງລວມມີ 9 ພາກ, 36 ມາດຕາ. ຂອບເຂດການປັບປຸງຂອງກົດໝາຍແມ່ນກຳນົດກ່ຽວກັບຄວາມຮັບຜິດຊອບໜ້າທີ່ຕ້ອນຮັບພົນລະເມືອງ, ສິດ ແລະ ພັນທະຂອງຜູ້ມາຮ້ອງຟ້ອງ, ຮ້ອງທຸກ, ສະເໜີ, ສອດຄ່ອງ, ການຈັດຕັ້ງບັນດາການເຄື່ອນໄຫວຕ້ອນຮັບພົນລະເມືອງຢູ່ສຳນັກງານຕ້ອນຮັບພົນລະເມືອງ, ສະຖານທີ່ຕ້ອນຮັບພົນລະເມືອງຂອງບັນດາອົງການ, ອົງການຈັດຕັ້ງ, ຫົວໜ່ວຍ ແລະ ເງື່ອນໄຂຮັບປະກັນໃຫ້ການເຄື່ອນໄຫວຕ້ອນຮັບພົນລະເມືອງ. ເລື່ອງຕ້ອນຮັບຜູ້ຕາງໜ້າບັນດາອົງການ, ອົງການຈັດຕັ້ງມາຮ້ອງຟ້ອງ, ຮ້ອງທຸກ, ສອດຄ່ອງ, ຕ້ອນຮັບຊາວຕ່າງປະເທດມາຮ້ອງຟ້ອງ, ຮ້ອງທຸກ, ສະເໜີແນະ, ສອດຄ່ອງໄດ້ຮັບການປະຕິບັດຄືຕ້ອນຮັບພົນລະເມືອງ. ກົດໝາຍສະບັບນີ້ຈະມີຜົນສັກສິດນັບແຕ່ວັນທີ 1/7/2014 ເປັນຕົ້ນໄປ.
ພາບປະກອບ
ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຮັກສາສິ່ງແວດລ້ອມ (ສະບັບປັບປຸງ) ໃນຕອນບ່າຍວັນທີ 25/11, ສສຊ ບາງທ່ານຖືວ່າ: ສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດມີການພົວພັນຢ່າງໃກ້ຊິດ, ສິ່ງແວດລ້ອມຈະສົ່ງຜົນສະທ້ອນໂດຍກົງ ຫຼື ໂດຍທາງອ້ອມເຖິງການປ່ຽນແປງຂອງດິນຟ້າອາກາດ. ເຖິງຢ່າງໃດກໍ່ຕາມ, ປະຈຸບັນ, ເນື້ອໃນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຍັງລະບຸໄວ້ຢ່າງກະແຈກກະຈາຍໃນມາດຕາຕ່າງໆຂອງຮ່າງກົດໝາຍຢູ່. ທ່ານນາງ ມາຍທິຖູ໋ຍ, ສສຊ ແຂວງ ຕວຽນກວາງ, ສະເໜີວ່າ:
“ການປ່ຽນແປງຂອງດິນຟ້າອາກາດ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດພວມແມ່ນບັນຫາຮີບເຮັ່ງຂອງໂລກ. ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດແມ່ນໜ້າທີ່ສຳຄັນທີ່ສຸດສຳລັບ ຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ຂ້າພະເຈົ້າເຫັນວ່າ: ບໍ່ທັນເວົ້າເຖິງຢ່າງເຖິງຖອງໃນຮ່າງກົດໝາຍ. ດັ່ງນັ້ນ, ສະເໜີໃຫ້ຄະນະຮຽບຮຽງຄວນຈັດໃຫ້ມີພາກສະເພາະກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.”
ການປ່ຽນແປງຂອງດິນຟ້າອາກາດພວມສົ່ງຜົນສະທ້ອນຢ່າງແຮງເຖິງ ຫວຽດນາມ ແລະ ບັນດາປະເທດໃນໂລກ. ແຜນນະໂຍບາຍຂອງ ຫວຽດນາມ ແມ່ນສູ້ຊົນຮອດປີ 2020, ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໂດຍພື້ນຖານ, ປ້ອງກັນ, ສະກັດກັ້ນໄພທຳມະຊາດ, ຫຼຸດຜ່ອນອາຍແກດເຮືອນແກ້ວ, ມີບາດກ້າວຫັນປ່ຽນໃນການຂຸດຄົ້ນ, ນຳໃຊ້ຊັບພະຍາກອນຕາມທິດເໝາະສົມ, ມີປະສິດທິຜົນ ແລະ ໝັ້ນຄົງໂດຍພື້ນຖານ, ຄວບຄຸມລະດັບເພີ່ມຂຶ້ນຂອງມົນລະພິດສິ່ງແວດລ້ອມ, ເປັນເຈົ້າການໃນການປ້ອງກັນ, ຕ້ານ, ຈຳກັດຜົນສະທ້ອນຂອງນ້ຳຂຶ້ນສູງ, ນ້ຳຖ້ວມ, ນ້ຳທະເລຂຶ້ນສູງ ສຳລັບເຂດແຄມທະເລ ໂດຍສະເພາະແມ່ນເຂດທົ່ງພຽງແມ່ນ້ຳຂອງ, ເຂດທົ່ງພຽງແມ່ນ້ຳ ແດງ, ເຂດແຄມທະເລພາກກາງ.