( vovworld ) - ໃນວັນທີ 30 ແລະ 31/7, ຢູ່ສຳນັກງານລັດຖະບານທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນ 7 ຂອງລັດຖະບານຫວຽດນາມ ເພື່ອແນໃສ່ຕີລາຄາສະພາບເສດຖະກິດສັງຄົມໃນເດືອນ 7 ແລະ 7 ເດືອນທີ່ຜ່ານມາ, ພ້ອມກັນນັ້ນກໍຊີ້ນຳການແກ້ໄຂບັນດາບັນຫາທີ່ເຄັ່ງຮ້ອນຢ່າງທັນການ ເພື່ອແນໃສ່ສືບຕໍ່ຄວບຄຸມໄພເງິນເຟີ້, ຍູ້ແຮງການຜະລິດດຳເນີນທຸລະກິດ, ຊຸກຍູ້ການເຕີບໂຕເສດຖະກິດຕາມຈຸດໝາຍທີ່ໄດ້ວາງອອກ.
ເມື່ອປຶກສາຫາລືທີ່ກອງປະຊຸມ, ບັນດາສະມາຊິກລັດຖະບານໄດ້ຖືວ່າ ສະພາບການເສດຖະກິດສັງຄົມໃນເດືອນ 7 ແລະ 7 ເດືອນທີ່ຜ່ານມາສືບຕໍ່ມີການຫັນປ່ຽນຢ່າງຕັ້ງໜ້າ. ດັດຊະນີລາຄາໃຊ້ສອຍ 7 ເດືອນຜ່ານມາຫຼຸດລົງຢ່າງລຽນຕິດ; ວົງເງິນສົ່ງອອກເພີ່ມຂຶ້ນ 19% ດ້ວຍມຸນຄ່າເກືອບ 6,3 ຕື້ USD. ຜ່ານ 3 ເດືອນແຫ່ງການປະຕິບັດມະຕິເລກທີ 13 ຂອງລັດຖະບານທົ່ວປະເທດໄດ້ດຳເນີນການຕໍ່ກຳນົດເວລາຍົກເວັ້ນ, ຫຼຸກຜ່ອນ, ຕໍ່ກຳນົດເສຍອາກອນໃຫ້ແກ່ວິສາຫະກິດໄດ້ເກືອບ 11.000 ຕື້ດົງ. ຄຽງຄູ່ກັບການຢືນຢັນບັນດາຜົນງານທີ່ບັນລຸໄດ້, ບັນດາສະມາຊິກລັດຖະບານກໍຮັບຮູ້ສະພາບການເສດຖະກິດສັງຄົມຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ບໍ່ແມ່ນໜ້ອຍ.
ກ່າວຄຳເຫັນສະຫຼຸບກອງປະຊຸມ, ່ທານາຍົກລັດຖະມົນຕີ Nguyen Tan Dung ໄດ້ເນັ້ນໜັກເຖິງວຽກງານສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃນການຜະລິດດຳເນີນທຸລະກິດ ເພື່ອແນໃສ່ຊຸກຍູ້ການເຕີບໂຕເສດຖະກິດ. ທ່ານກ່າວວ່າ.
“ປະຈຸບັນຕ້ອງຊອກຫາທຸກມາດຕະການເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ການຜະລິດ, ດ້ວຍວິທີຫຼຸດອັດຕາດອກເບ້ຍ, ໜູນຊ່ວຍໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ, ປ່ອຍບ້ວງສິນເຊື່ອເຂົ້າໃນຂົງເຂດກະສິກຳ ແລ້ວກໍຮອດບັນຫາຕະຫຼາດພາຍໃນປະເທດ ແລະ ການສົ່ງອອກ. ຂ້າພະເຈົ້າເຊື່ອໝັ້ນວ່າ ຕະຫຼາດກໍຈະດີຂຶ້ນເພາະຍອດຄວາມຕ້ອງການເພີ່ມຂຶ້ນ, ພວກເຮົາຈະລົງທຶນກໍ່ສ້າງພື້ນຖານພ້ອມກັບການຜະລິດກະສິກຳໄດ້ຮັບຜົນດີ, ອັນຈະພາໃຫ້ການຈຳໜ່າຍຈະດີ, ການສົ່ງອອກດີ, ເຮັດໃຫ້ແຮງການຊື້ຂອງປະຊາຊົນຈະເພີ່ມຂຶ້ນ”.
ແຕ່ນີ້ຮອດທ້າຍປີ 2012, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ທ້ອງຖິ່ນຕ່າງໆ ສືບຕໍ່ປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມເປັນຢ່າງດີ, ປ້ອງກັນ ແລະ ຕ້ານໄພທຳມະສາດ, ໂລກລະບາດ, ພັດທະນາສາທາລະນະສຸກ, ການສຶກສາ, ລົບລ້າງຄວາມອືຶດຫີວ ຫຼຸດຜ່ອນຄວາມທຸກຍາກ, ສ້າງວຽກເຮັດງານທຳ ແລະ ພັດທະນາເຮືອນຢູ່ສັງຄົມ.