ກອງປະຊຸມສະໄໝ ສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ລາວຊຸດທີ VII ໄຂຂຶ້ນຢ່າງເປັນທາງການ
ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດລາວຊຸດທີ VII
(ພາບ: kpl.net.la)
(vovworld) – ວັນທີ 09/12, ຢູ່ນະຄອນຫຼວງວຽງຈັນ, ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດລາວຊຸດທີ VII ໄຂຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້. ທ່ານປະທານປະເທດ ຈູມມາລີ ໄຊຍະສອນ, ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ພ້ອມກັບບັນດາການນຳພັກ, ລັດ, ອະດີດການນຳຂັ້ນສູງ, ບັນດາສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້ ຊີ້ແຈ້ງວ່າ ກອງປະຊຸມຄັ້ງນີ້ ຈະສຸມໃສ່ຄົ້ນຄວ້າ, ປຶກສາຫາລື ແລະ ເຫັນດີຫຼາຍບັນຫາສຳຄັນ ກ່ຽວຂ້ອງເຖິງການພັດທະນາເສດຖະກິດ, ສັງຄົມ, ໂດຍສະເພາະແມ່ນການຈັດຕັ້ງນະໂຍບາຍສົ່ງເສີມການຜະລິດສິນຄ້າ ແນໃສ່ປະຕິບັດສຳເລັດບັນດາຄາດໝາຍພັດທະນາສະຫັດສະວັດ; ຮັບຟັງບົດລາຍງານກ່ຽວກັບສະພາບການປະຕິບັດວຽກງານແຮງງານ; ປຶກສາຫາລື ແລະ ຮັບຮອງເອົາບົດລາຍງານຂອງອົງການກວດສອບບັນຊີແຫ່ງລັດ ກ່ຽວກັບການຈັດຕັ້ງການປະຕິບັດແຜນງົບປະມານແຫ່ງລັດ ປີການເງິນ 2012 – 2013. ບັນດາຜູ້ແທນຈະຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນ ສະບັບປັບປຸງ ປີ 2003 ແລະ ປຶກສາຫາລືບາງບັນຫາອື່ນ.
ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດລາວຊຸດທີ VII ຈະດຳເນີນໄປຮອດວັນທີ 26/12 ຈຶ່ງຈະອັດລົງ.