ປະທານສານ ປະຊາຊົນ 3 ປະເທດ
(ພາບ: congly.vn)
|
(vovworld) – ກອງປະຊຸມສານບັນດາແຂວງຊາຍແດນ ຫວຽດນາມ, ລາວ ແລະ ກຳປູເຈຍ ຄັ້ງທີ 4 ໄດ້ດຳເນີນໃນລະຫວ່າງ 20 – 21/12, ຢູ່ນະຄອນ ຍາຈາງ (ແຂວງ ແຄ໋ງຮ່ວາ), ດ້ວຍການເຂົ້າຮ່ວມຂອງຜູ້ແທນ 120 ທ່ານເຊິ່ງເປັນປະທານສານ, ຮອງປະທານສານ, ຜູ້ພິພາກສາ ແລະ ບັນດາພະນັກງານສານຂອງ 3 ປະເທດ. ກ່າວຄຳເຫັນທີ່ວາລະໄຂກອງປະຊຸມ, ທ່ານ ຫງວຽນຮ່ວາບີ່ງ, ປະທານສານປະຊາຊົນສູງສຸດ ຫວຽດນາມ ໄດ້ເນັ້ນໜັກວ່າ: ໃນສະພາບການໂລກາພິວັດ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກ້ວາງຂວາງ, ສະພາບການອາດຊະຍາກຳຂ້າມຊາດ, ບັນດາການຂັດແຍ້ງກັນດ້ານການຄ້າ ແລະ ບັນດາບັນຫາພົນລະເມືອງອື່ນ ຈະເພີ່ມຂຶ້ນດ້ານຈຳນວນ ແລະ ມີລັກສະນະສັບສົນ. ດັ່ງນັ້ນ, ການຮ່ວມມືຢ່າງແໜ້ນແຟ້ນຂອງສານ 3 ປະເທດເພື່ອແກ້ໄຂບັນດາການຂັດແຍ້ງກັນຂ້າມຊາດໃນຂົງເຂດພົນລະເມືອງຢ່າງມີປະສິດທິຜົນ ແລະ ສົມທົບກັນປ້ອງກັນ, ຕ້ານອາດຊະຍາກຳແມ່ນຄວາມຕ້ອງການທີ່ຂາດບໍ່ໄດ້.
ກອງປະຊຸມໄດ້ສຸມໃສ່ປຶກສາຫາລື 3 ຫົວຂໍ້ຕົ້ນຕໍຄື: ສະຫລຸບ, ຕີລາຄາກ່ຽວກັບການຜັນຂະຫຍາຍການປະຕິບັດແຈ້ງການຮ່ວມແຕ່ກອງປະຊຸມຄັ້ງທີ 3 (ປີ 2014) ມາຮອດປະຈຸບັນ, ສ້າງກົນໄກຮ່ວມມືຫຼາຍຝ່າຍ ແລະ 2 ຝ່າຍໃນໄລຍະຈະມາເຖິງ, ຍົກສູງປະສິດທິຜົນການຮ່ວມມື, ແບ່ງປັນບົດຮຽນໃນວຽກງານພິພາກສາບັນດາຄະດີອາຍາ, ພິເສດແມ່ນວຽກງານພິພາກສາບັນດາຄະດີຄ້າຂາຍຢາເສບຕິດ, ຄ້າຂາຍສັດປ່າ, ຄ້າຂາຍມະນຸດ…, ຍົກສູງປະສິດທິຜົນການຮ່ວມມື, ແບ່ງປັນບົດຮຽນໃນວຽກງານພິພາກສາບັນດາຄະດີພົນລະເມືອງເວົ້າລວມ ແລະ ກ່ຽວຂ້ອງເຖິງຂົງເຂດການສົມລົດ, ຄອບຄົວເວົ້າສະເພາະ.