ກອງປະຊຸມສໍາມະນາກ່ຽວກັບແຜນ Festival ເພື່ອສັນຕິພາບ ຢູ່ແຂວງກວ໋າງຈິ
(VOVWORLD) - ຕອນເຊົ້າວັນທີ 27 ທັນວາ, ຢູ່ນະຄອນດົງຮ່າ, ແຂວງກວ໋າງຈິ, ຄະນະກໍາມະການປະຊາຊົນແຂວງກວ໋າງຈິ ໄດ້ຈັດກອງປະຊຸມສໍາມະນາກ່່ຽວກັບ “Festival ເພື່ອສັນຕິພາບ ຢູ່ແຂວງກວ໋າງຈິ” ເຊິ່ງມີການເຂົ້າຮ່ວມຂອງຜູ້ແທນກວ່າ 100 ຄົນ. ໃນນັ້ນ, ມີບັນດານັກຄຸ້ມຄອງ, ນັກຄົ້ນຄວ້າວັດທະນະທໍາ, ປະຫວັດສາດ.
ກອງປະຊຸມສໍາມະນາມີການເຂົ້າຮ່ວມຂອງຜູ້ແທນກວ່າ 100 ຄົນ (ພາບ: TTXVN) |
ເປົ້າໝາຍຂອງແຜນດັ່ງກ່າວ ແມ່ນເພື່ອກໍ່ສ້າງແຂວງກວ໋າງຈິ ໃຫ້ກາຍເປັນເຂດວັດທະນະທໍາ ເພື່ອສັນຕິພາບ, ແມ່ນສັນຍາລັກໃຫ້ແກ່ພະລັງຊີວິດອັນແຮງກ້າຂອງມວນມະນຸດ ຢູ່ດິນແດນທີ່ຖືກທໍາລາຍໂດຍສົງຄາມ. ທ່ານ ຫງວຽນດຶກຈິ໊ງ ຮອງປະທານຄະນະກໍາມະການປະຊາຊົນແຂວງກວ໋າງຈິ ໃຫ້ຮູ້ວ່າ:
“ການສ້າງແຜນດັ່ງກ່າວ ແມ່ນຕ້ອງບັນລຸເປົ້າໝາຍສ້າງງານບຸນໃຫ້ກາຍເປັນເຄື່ອງໝາຍ ເພື່ອປຸກລະດົມໃຫ້ທຸກໆຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ ມາຮ່ວມກັບແຂວງກວ໋າງຈິ, ມີບັນດາການເຄື່ອນໄຫວ ມຸ່ງໄປສູ່ເປົ້າໝາຍ ເພື່ອສັນຕິພາບ, ຫວນຄືນສົງຄາມໃນອະດີດຕະການ ແລະ ມຸ່ງໄປສູ່ການກະທໍາ ເພື່ອປົກປັກຮັກສາສັນຕິພາບ”.
ງານ Festival ລວມມີການເຄື່ອນໄຫວຕ່າງໆ ຄື: ງານມະໂຫລານສິລະປະສາກົນ “ສຽງເພງເພື່ອສັນຕິພາບ”, ການສະແດງດົນຕີປະສານສຽງ, ງານວາງສະແດງວິຈິດສິນ, ຈັດຕັ້ງກອງປະຊຸມສໍາມະນາ ກ່ຽວກັບບັນຫາສັນຕິພາບ... ນອກຈາກນັ້ນ, ກໍຍັງມີການເຄື່ອນໄຫວການສົ່ງເສີມການລົງທຶນ, ແຂ່ງຂັນກິລາ, ໂຄສະນາການທ່ອງທ່ຽວອີກດ້ວຍ.