ກອງປະຊຸມສຳມະນາກ່ຽວກັບການຄວບຄຸມດິນເຊາະເຈື່ອນຢູ່ເຂດທົ່ງພຽງແມ່ນຳ້ຂອງ
ພາບປະກອບ
|
(vovworld) - ວັນທີ 6/6, ຢູ່ຊອກຈັງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສົມທົບກັບອົງການຮ່ວມມືສາກົນເຢັຍລະມັນ (CIZ) ແລະ ຄະນະກຳມະການປະຊາຊົນແຂວງຊອກຈັງ, ຈັດຕັ້ງກອງປະຊຸມສຳມະນາ ”ການຄວບຄຸມດິນເຊາະເຈື່ອນຢູ່ເຂດທົ່ງພຽງແມ່ນຳ້ຂອງ - ການທ້າທາຍ ແລະ ມາດຕະການແກ້ໄຂ”. ທີ່ກອງປະຊຸມສຳມະນາ, ບັນດາຄວາມເຫັນລ້ວນແຕ່ຖືວ່າ, ໃນຫຼາຍປີຜ່ານມາ, ບັນດາທ້ອງຖີ່ນຢູ່ເຂດທົ່ງພຽງແມ່ນຳ້ຂອງເວົ້າສະເພາະ ແລະ ບັນດາແຂວງແຄມທະເລໃນທົ່ວປະເທດເວົ້າລວມ ໄດ້ຜັນຂະຫຍາຍຫຼາຍມາດຕະການ, ເພື່ອຄວບຄຸມ, ຕ້ານດິນເຊາະເຈື່ອນ, ຈຳກັດຜົນຮ້າຍຢ້ອນຫຼັງຈາກການປ່ຽນແປງຂອງດິນຟ້າອາກາດ. ບັນດາຄວາມເຫັນກໍ່ຍົກອອກບາງມາດຕະການທີ່ມີປະສິດທິຜົນຄື: ການປູກປ່າປ້ອງກັນ, ການກໍ່ສ້າງຄັນຄູກັນນຳ້ທະເລ....ບັນດາຜູ້ແທນສະເໜີຍົກອອກມາດຕະການຕ່າງໆ ເພື່ອປົກປັກຮັກສາຝັ່ງທະເລ, ຖືວ່ານີ້ແມ່ນບັນຫາສຳຄັນໃນການວາງແຜນກຳນົດຄັນຄູກັນນຳ້ທະເລ, ໃນນັ້ນປ່າຊາຍເລນ ໄດ້ຮັບຖືວ່າແມ່ນປັດໃຈສຳຄັນທັງມີບົດບາດຕັດສິນ ທັງແມ່ນມາດຕະການຍາວນານໃນການປົກປັກຮັກສາຝັ່ງທະເລ.