ກອງປະຊຸມສຳມະນາກ່ຽວກັບການເພີ່ມທະວີການເຂົ້າຮ່ວມຂອງປະຊາຊົນເຂົ້າໃນການວາງນະໂຍບາຍຂອງສາທາລະນະຢູ່ພາກກາງ

ກອງປະຊຸມສຳມະນາກ່ຽວກັບການເພີ່ມທະວີການເຂົ້າຮ່ວມຂອງປະຊາຊົນເຂົ້າໃນການວາງນະໂຍບາຍຂອງສາທາລະນະຢູ່ພາກກາງ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ
ພາບ:thuathienhue.gov.vn

(vovworld)- ​ ​“ບັນ​ດາ​ຂໍ້​ລິ​ເລີ່ມປະ​ຊາ​ທິ​ປະ​ໄຕ​ຮາກ​ຖານ ແລະ ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຊົນ​ໃນ​ວິ​ວັດ​ການ​ວາງ​​ນະ​ໂຍ​ບາຍ​ສາ​ລະ​ນະຢູ່​ພາກ​ກາງ” ແມ່ນ​ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ ໂດຍ​ສະ​ຖາ​ບັນ​ການ​ປົກ​ຄອງ​ແຫ່ງ​ຊາດ ສົມ​ທົບ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ Canberra ປະ​ເທດ ອົດ​ສະ​ຕາ​ລີ ຈັດ​ຕັ້ງ​ໃນ​ວັນ​ທີ 28/2 ຢູ່ ນະ​ຄອນ ເຫ້ວ. ກອງ​ປະ​ຊຸມ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວ​ມ​ຂອງ​ຜູ້​ແທນ​ເກືອບ 200 ຄົນ ມາ​ຈາກ​ສະ​ຖາ​ບັນ​ການ​ປົກ​ຄອ​ງ​ແຫ່ງ​ຊາດ, ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ດາ​ຫນັງ ແລະ ຜູ້​ຕາງ​ຫນ້າ​ອົງ​ການຄຸ້ມ​ຄອງ​ລັດ ບັນ​ດາ​ແຂວງ, ນະ​ຄອນ​ຢູ່​ພາກ​ກາງ. ກອງ​ປະ​ຊຸມ​ສຳ​ມະ​ນາ​ສຸ​ມ​ໃສ່​ຕີ​ລ​າຄາ​ຢູ່​ຫລາຍ​ຂັ້ນ​ທີ່​ແຕກ​ຕ່າງ​ກັນ, ຈາກ​ຈຸ​ລະ​ພາກ​ຕະ​ຫລອດ​ຮອດ​ມະ​ຫາ​ພາກ, ຈາກ​​ລະ​ດັບ​ທ້ອງ​ຖິ່ນ, ​ລະ​ດັບ​ເຂດ​ຕະ​ຫລອດ​ຮອດ​​ລະ​ດັບຊາດ​ຕາມ​ຫົວ​ຂໍ້​ດັ່ງ​ກ່າວ. ພິ​ເສດ ກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ຍັງ​ເ​ຈ​າ​ະ​ຈ​ີ້ມບັນ​ດາ​ການກຳ​ນົດ​ທິດ​ໃຫ້​ບັນ​ດາ​ອົງ​ການ, ຂະ​ແຫນງ​ການ​ຢູ່​ທຸກ​ຂັ້ນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ລັດ​ໃນ​ສະ​ພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ເພື່ອ​ແນ​ໃສ່ສ້າງ​ລັດ​ຖະ​ບານ​ສ້າງ​ສັນ, ໂປ່ງ​ໃສ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ອະ​ພິ​ປາຍ​ທຸ​ກ​ດ້ານ​ໃນ​ຊີ​ວິດ​ທາງ​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສັງ​ຄົມ.


ຕອບກັບ

ຂ່າວ/ບົດ​ອື່ນ