(ພາບປະກອບ)
(vovworld) - ພາຍຫລັງທີ່ເຮັດວຽກມາເປັນເວລາ 2 ວັນ (ແຕ່ວັນທີ 06 - 07/04) ກອງປະຊຸມສຳມະນາສະມາຊິກສະພາແຫ່ງຊາດບັນດາປະເທດລາວ, ໄທ, ກຳປູເຈຍ ແລະ ຫວຽດນາມ ກ່ຽວກັບນະໂຍບາຍກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສວຍໃຊ້ເບຍ, ເຫຼົ້າໄດ້ສິ້ນສຸດລົງຢູ່ຮ່າໂນ້ຍ. ຜ່ານກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຊີ້ໃຫ້ແຈ້ງທ່າອຽງ, ບົດຮຽນໃນການສ້າງນະໂຍບາຍກົດໝາຍເພື່ອຄວບຄຸມເບຍ, ເຫຼົ້າ, ທັດສະນະລວມໃນການສຳພັດສ້າງນະໂຍບາຍຄວບຄຸມເບຍ, ເຫົ້ຼາ ຢູ່ແຕ່ລະປະເທດ ແລະ ແຕ່ລະພາກພື້ນ. ກ່າວຄຳເຫັນອັດກອງປະຊຸມສຳມະນາ, ທ່ານນາງ ເຈືອງທິມາຍ, ຫົວໜ້າກຳມາທິການ ບັນດາບັນຫາສັງຄົມ, ສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ.
“ບັນດາຜູ້ແທນໄດ້ເປັນເອກະພາບນຳກັນທັດສະນະແມ່ນ ເປັນເຈົ້າການປ້ອງກັນ, ຕ້ານຜົນຮ້າຍຈາກເບຍ, ເຫຼົ້າ ໃນຫຼາຍແງ່ຫວັງທີ່ແຕກຕ່າງກັນ ຈາກສຸຂະພາບຕະຫຼອດຮອດເສດຖະກິດ, ສັງຄົມ, ວັດທະນະທຳການສຶກສາ, ແບບແຜນການດຳລົງຊີວິດ, ຜ່ານການສ້າງນະໂຍບາຍໄລຍະຍາວໂດຍໄວ ເພື່ອຮັບມືກັບສະພາບຜະລິດ ແລະ ນຳໃຊ້ເບຍ, ເຫຼົ້າທີ່ນັບມື້ນັບເພີ່ມຂຶ້ນ. ປະກາດກົດໝາຍວ່າດ້ວຍການຄວບຄຸນເບຍ, ເຫົ້ຼາໂດຍໄວເພື່ອຫລຸດຜ່ອນຜົນກະທົບທີ່ຫຍໍ້ທໍ້ຈາກການສວຍໃຊ້ເບຍເຫຼົ້າ. ມຸ່ງໄປສູ່ຈຸດໝາຍສ້າງການດຳລົງຊີວິດທີ່ປອດໃສ, ສັງຄົມສີວິໄລ ແລະ ພັດທະນາ”.