ກອງປະຊຸມສຳມະນາກ່ຽວກັບປີAPECຫວຽດນາມ2017ຢູ່ອາເມລິກາ
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
|
(vovword)-ໃນສະພາບການທີ່ຫວຽດນາມພວມກະກຽມເປັນເຈົ້າພາບຈັດຕັ້ງກອງປະຊຸມເວທີປາໄສຮ່ວມມືເສດຖະກິດ ອາຊີ-ປາຊີຝິກ (APEC) ປີ 2017, ຕອນເຊົ້າວັນທີ 20/1 ຕາມເວລາຮ່າໂນ້ຍ, ຢູ່ນິວຢອກ ປະເທດອາເມລິກາ, ສະມາຄົມຄົ້ນຄວ້າ Asia Society ໄດ້ຈັດຕັ້ງກອງປະຊຸມສຳມະນາ ດ້ວຍຫົວຂໍ້ວ່າ “ອະນາຄົດທີ່ບໍ່ແນ່ນອນ: APEC ແລະ ຄວາມເສລີດ້ານການຄ້າຢູ່ອາຊີ-ປາຊີຝິກ”. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ ທ່ານປະທານຫ້ອງການການຄ້າ-ອຸດສາຫະກຳຫວຽດນາມ ຫວູຕ໋ຽນລົກ ໃຫ້ຮູ້ວ່າ: ດ້ວຍບົດບາດແມ່ນເຈົ້າພາບຈັດຕັ້ງກອງປະຊຸມ APEC 2017, ຫວຽດນາມໄດ້ເອົາໃຈໃສ່ເປັນພິເສດເຖິງການຮັກສາທັດສະນະສະເໝີຕົ້ນສະເໝີປາຍໃຫ້ບັນດາບຸລິມະສິດໃນປີ 2017. ບັນດາບຸລິມະສິດນັ້ນລວມມີ: ສືບຕໍ່ສະໜັບສະໜູນຫັນເປັນການຄ້າເສລີ, ຄັດຄ້ານລັດທິອາລັກຂາ; ເພີ່ມທະວີລັກສະນະເຊື່ອມຈອດຂອງ APEC ໃນທຸກຂົງເຂດພື້ນຖານໂຄງລ່າງພ້ອມກັບລະບອບບັນຍັດ; ຮັບປະກັນໃຫ້ທຸກສັງຄົມ ລ້ວນແຕ່ມີກາລະໂອກາດໄດ້ຊົມໃຊ້ຜົນປະໂຫຍດຈາກຕະຫຼາດເປີດປະຕູ ແລະ ຫັນພື້ນຖານເສດຖະກິດເປັນເສລີ ເພື່ອແນໃສ່ມຸ່ງໄປເຖິງການເຕີບໂຕແບບຍືນຍົງ ແລະ ທົ່ວເຖິງ; ໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ ແລະ ການເຂົ້າຮ່ວມຂອງແມ່ຍິງເຂົ້າພື້ນຖານເສດຖະກິດ.