(ກອງປະຊຸມສຳມະນາວິທະຍາສາດ
ຢູ່ນະຄອນຫລວງ Praha, ສາທາລະນະລັດ ເຊັກໂກ)
(vovworld) – ວັນທີ 10/10 ຢູ່ນະຄອນຫລວງ Praha, ສາທາລະນະລັດ ເຊັກໂກ ດຳເນີນກອງປະຊຸມສຳມະນາວິທະຍາສາດ ໂດຍມີການເຂົ້າຮ່ວມຂອງບັນດານັກວິທະຍາສາດ ແລະ ນັກຄົ້ນຄວ້າຂອງ ຫວຽດນາມ, ອົດຕະລິດ, ເຢຍລະມັນ ແລະ ເຊັກໂກ. ກອງປະຊຸມສຳມະນາ ແມ່ນເພື່ອແນໃສ່ແບ່ງປັນບົດຮຽນ ແລະ ນຳຄວາມເມົາມົວຄົ້ນຄວ້າວິທະຍາສາດມາໃຫ້ນັກສຶກສາ ຫວຽດນາມ ພວມຮ່ຳຮຽນຢູ່ ສາທາລະນະລັດ ເຊັກໂກ. ນີ້ເປັນຄັ້ງທີ 2, ທີ່ກອງປະຊຸມສຳມະນາວິທະຍາສາດຂອງຫລາຍຂົງເຂດແຕກຕ່າງກັນ ໂດຍສະມາຄົມນັກຄົ້ນຄວ້າ ຫວຽດນາມ ຢູ່ ເຊັກໂກຈັດຕັ້ງ ດ້ວຍຈຸດປະສົງສ້າງເວທີປາໄສໃຫ້ນັກສຶກສາ, ນັກຄົ້ນຄວ້າ ຫວຽດນາມ ທຸກຄົນຢູ່ ສ.ເຊັກໂກ ໄດ້ພົບປະ, ແບ່ງປັນບົດຮຽນໃນການຮ່ຳຮຽນ ແລະ ຄົ້ນຄວ້າວິທະຍາສາດ. ບັນດານັກວິທະຍາສາດ ແລະ ນັກຄົ້ນຄວ້າ ໄດ້ສະເໜີບົດລາຍງານ 12 ບົດກ່ຽວກັບບັນດາຫົວເລື່ອງວິທະຍາສາດໃນຂົງເຂດຕ່າງໆຄື: ຄະນິດສາດ, ເຕັກໂນໂລຢີຂໍ້ມູນຂ່າວສານ, ເຕັກໂນໂລຢີຊີວະ …