ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ທິດ​ສະ​ດີ “ກໍ່ສ້າງພັກ ແລະ ລະ​ບົບ​ການ​ເມືອງ​ໃນ​ສະ​ພາບ​ການ​ໃໝ່”

(VOVWORLD) -ຕີລາຕາສູງຄວາມໝາຍຂອງຫົວຂໍ້ກອງປະຊຸມສຳມະນາໃນວຽກງານຂອງພັກລາວ ແລະ ຫວຽດນາມ, ທ່ານ ກິແກ້ວໄຂຄຳພິທູນ ໄດ້ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມສຳມະນາຈະກາຍເປັນເວທີປາໄສແລກປ່ຽນ ແລະ ແບ່ງປັນບົດຮຽນເຊິ່ງກັນແລະກັນ.
ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ທິດ​ສະ​ດີ “ກໍ່ສ້າງພັກ ແລະ ລະ​ບົບ​ການ​ເມືອງ​ໃນ​ສະ​ພາບ​ການ​ໃໝ່” - ảnh 1ກອງປະຊຸມສຳມະນາທິດສະດີ “ສ້າງຕັ້ງພັກ ແລະ ລະບົບການເມືອງໃນສະພາບການໃໝ່” (ພາບ: TTXVN) 

ກອງປະຊຸມສຳມະນາທິດສະດີຄັ້ງທີ VII ດ້ວຍຫົວຂໍ້ວ່າ: “ກໍ່ສ້າງພັກ ແລະ ລະບົບການເມືອງໃນສະພາບການໃໝ່” ຖືກດຳເນີນໃນຕອນເຊົ້າວັນທີ 30 ກໍລະກົດ, ຢູ່ນະຄອນ ດົ່ງເຫີຍ, ແຂວງກ໋ວາງບິ່ງ, ພາຍໃຕ້ການເປັນປະທານຂອງທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາ ແລະ ສຶກສາສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານ ກິແກ້ວໄຂຄຳພິທູນ ຫົວໜ້າຄະນະໂຄສະນາ ອົບຮົບສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາວິທະຍາສາດສັງຄົມແຫ່ງຊາດ ລາວ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວໍວັນເຖືອງ ໄດ້ຢັ້ງຢືນວ່າ ການກໍ່ສ້າງພັກ ແລະ ລະບົບການເມືອງທີ່ປົ່ງໃສ, ເຂັ້ມແຂງແມ່ນປັດໄຈຕັດສິນເພື່ອສ້າງບັນດາໄຊຊະນະອັນຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດໃນວິວັດການປ່ຽນແປງໃຫມ່ຂອງ ຫວຽດນາມ ໃນຕະຫຼອດໄລຍະກວ່າ 3 ທົດສະວັດທີ່ຜ່ານມາ. ທ່ານກ່າວວ່າ:

“ຕໍ່ໜ້າສະພາບການໃໝ່ ແລະ ໃນເງື່ອນໄຂທີ່ພວມກະກຽມໃຫ້ແກ່ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນມຸ່ງໄປເຖິງກອງປະຊຸມໃຫຍ່ເທື່ອທີ XIII ຂອງພັກກອມມູນິດ ຫວຽດນາມ. ກອງປະຊຸມສຳມະນາມື້ນີ້ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າມີໂອກາດໄດ້ຮ່ຳຮຽນເອົາບັນດາບົດຮຽນທີ່ດີຈາກເພື່ອນລາວ, ພ້ອມທັງແບ່ງປັນບັນດາວິທີການສຳຜັດ ແລະ ບົດຮຽນພຶດຕິກຳຕົວຈິງຂອງຫວຽດນາມ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ກອງປະຊຸມສຳມະນາຈະນຳມາເຊິ່ງບັນດາຄວາມຮັບຮູ້ໃຫມ່, ບັນດາບົດຮຽນທີ່ມີປະໂຫຍດເພື່ອນຳໃຊ້ເຂົ້າວຽກງານແນວຄິດ, ທິດສະດີຂອງແຕ່ລະພັກ, ນຳໃຊ້ໃຫ້ແກ່ພາລະກິດກໍ່ສ້າງ, ປົກປັກຮັກສາປະເທດຊາດ, ເພື່ອຄວາມຜາສຸກ, ວັດທະນາຖາວອນຂອງປະຊາຊົນສອງປະເທດ ຫວຽດນາມ - ລາວ.”

ຕີລາຕາສູງຄວາມໝາຍຂອງຫົວຂໍ້ກອງປະຊຸມສຳມະນາໃນວຽກງານຂອງພັກລາວ ແລະ ຫວຽດນາມ, ທ່ານ ກິແກ້ວໄຂຄຳພິທູນ ໄດ້ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມສຳມະນາຈະກາຍເປັນເວທີປາໄສແລກປ່ຽນ ແລະ ແບ່ງປັນບົດຮຽນເຊິ່ງກັນແລະກັນ, ເພື່ອສະຫຼຸບບັນດາບັນຫາດ້ານທິດສະດີ ແລະ ພຶດຕິກຳຕົວຈິງທີ່ມີຜົນປະໂຫຍດໃຫ້ແກ່ການປັບປຸງກຳລັງຄວາມສາມາດໃນການນຳພາຂອງສອງພັກໃນສະພາບການໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ