ກອງປະຊຸມສຳມະນາປະກອບຄຳເຫັນໃສ່ຮ່າງແຜນຮ່າງຍື່ນສະເໜີຕໍ່ກອງປະຊຸມສູນກາງ 6
ທ່ານ ຟ້າມມີງຈິ໋ງ ຫົວໜ້າຄະນະຈັດຕັ້ງສູນກາງ
(vovworld) – ຕອນເຊົ້າວັນທີ 18/03 ຢູ່ຮ່າໂນ້ຍ, ຄະນະຊີ້ນຳແຜນຮ່າງສູນກາງ 6 ຈັດຕັ້ງກອງປະຊຸມສຳມະນາປະກອບຄຳເຫັນໃສ່ຮ່າງແຜນຮ່າງ “ສືບຕໍ່ປ່ຽນໃໝ່ແບບວິທີຊີ້ນຳນຳພາຂອງພັກ, ສ້າງການຈັດຕັ້ງກົງຈັກຂອງລະບົບການເມືອງກະທັດລັດ, ເຄື່ອນໄຫວຢ່າງມີຜົນສັກສິດ ແລະ ປະສິດທິຜົນ”.
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຟ້າມມີງຈິ໋ງ ຫົວໜ້າຄະນະຈັດຕັ້ງສູນກາງ ເນັ້ນໜັກເຖິງບັນດາເນື້ອໃນຄວນປຶກສາຫາລື, ໃນນັ້ນສຸມໃສ່ເຂົ້າແບບວິທີຊີ້ນຳນຳພາຂອງພັກ.
“ກ່ຽວກັບການສ້າງກົງຈັກຂອງລະບົບການເມືອງ, ເອກະສານກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກຮຽກຮ້ອງວ່າ: ສືບຕໍ່ປ່ຽນໃໝ່ກົງຈັກຂອງພັກ ແລະ ລະບົບການເມືອງຕາມທິດກະທັດລັດ, ຍົກສູງຜົນສັກສິດ, ປະສິດທິຜົນການຊີ້ນຳນຳພາບໍລິຫານ. ປ່ຽນໃໝ່ບູລະນະການຈັດຕັ້ງກົງຈັກຕ້ອງຕິດພັນກັບພາລະໜ້າທີ່, ຍົກສູງຄຸນນະພາບຖັນແຖວພະນັກງານພາລະກອນ, ຄົ້ນຄວ້າປະຕິບັດທົດລອງຢູ່ບາງອົງການພັກ, ລັດທີ່ມີຄວາມຄ້າຍຄືກັນກ່ຽວກັບພາລະໜ້າທີ່, ສ້າງການຈັດຕັ້ງກົງຈັກກະທັດລັດຕິດພັນກັບການສືບຕໍ່ຈຳແນກພາລະໜ້າທີ່, ແບບວິທີເຄື່ອນໄຫວຂອງບັນດາອົງການຮັບຜິດຊອບບາງໜ້າທີ່ພ້ອມກັນ, ຫລຸດຜ່ອນບັນຈຸພະນັກງານລັດໃນທົ່ວລະບົບການເມືອງຢ່າງຈະແຈ້ງ”.