ກອງປະຊຸມສຳມະນາພັດທະນາເສດຖະກິດສັງຄົມເຂດເສດຖະກິດຈຸດສຸມເຂດທົ່ງພຽງແມ່ນຳ້ຂອງໄລຍະ2016-2020
(ກອງປະຊຸມສຳມະນາພັດທະນາເສດຖະກິດສັງຄົມ
ເຂດເສດຖະກິດຈຸດສຸມເຂດທົ່ງພຽງແມ່ນຳ້ຂອງໄລຍະ2016-2020)
(vovworld) – ຕອນເຊົ້າວັນທີ 21/08, ຢູ່ເກີນເທີ, ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ຫວຽດນາມ, ກະຊວງແຜນການ ແລະ ການລົງທຶນ, ທະນາຄານການຄ້າຫຸ້ນສ່ວນການລົງທຶນ ແລະ ພັດທະນາຫວຽດນາມ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາພັດທະນາເສດຖະກິດສັງຄົມເຂດເສດຖະກິດຈຸດສຸມເຂດທົ່ງພຽງແມ່ນຳ້ຂອງໄລຍະ 2016 – 2020, ກຳນົດທິດຮອດປີ 2030. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຖືວ່າ, ເຂດທົ່ງພຽງແມ່ນ້ຳຂອງ ຄວນສຸມໃສ່ປະຕິບັດວຽກງານໂຄສະນາ ຫັນປ່ຽນໂຄງປະກອບພື້ນຖານເສດຖະກິດ, ຈັດຕັ້ງການຜະລິດຄືນໃໝ່ ເພື່ອຍົກຍ້າຍແຮງງານຈາກກະສິກຳ ໄປຍັງຂົງເຂດບໍລິຫານອຸດສາຫະກຳປຸງແຕ່ງ ຮັບໃຊ້ການຜະລິດກະສິກຳ. ນອກຈາກນັ້ນ, ສຸມໃສ່ຊຸກຍູ້ການຜະລິດກະສິກຳ ສິນຄ້າມີຄຸນນະພາບສູງ ແລະ ຂອບຂະໜາດໃຫຍ່ກວ່າເພື່ອສ້າງມູນຄ່າການຜະລິດສູງກວ່າ. ດ້ານອື່ນ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນໃນເຂດຕັ້ງໜ້າທະວີຄູນຮູບແບບສະຫະກອນ, ໜ່ວຍສະຫະກອນແບບໃໝ່ ໃນການຜະລິດກະສິກຳ; ພ້ອມທັງຄົ້ນຄວ້າບັນດາມາດຕະການແກ້ໄຂເພື່ອຫັນແຫຼ່ງກຳລັງລົງທຶນຈາກເອກະຊົນ ແລະ ສັງຄົມເປັນຫຼາຍຮູບແບບ.