ກອງປະຊຸມສຳມະນາວິທະຍາສາດຢູ່ລັດເຊຍກ່ຽວກັບການຂັດແຍ້ງຢູ່ທະເລຕາເວັນອອກແລະທິດທາງແກ້ໄຂ

(VOVWORLD) -ນັກຊ່ຽວຊານ Kokshin ກໍ່ນຳສະເໜີບັນດາການຜັນແປຫຼ້າສຸດຢູ່ທະເລຕາເວັນອອກ, ຢືນຢັນວ່າ ຈີນ ໄດ້ລະເມີດອະທິປະໄຕ, ສິດອຳນາດອະທິປະໄຕ ແລະ ສິດອຳນາດສານຂອງຫວຽດນາມ ຢ່າງຮ້າຍແຮງ
ກອງປະຊຸມສຳມະນາວິທະຍາສາດຢູ່ລັດເຊຍກ່ຽວກັບການຂັດແຍ້ງຢູ່ທະເລຕາເວັນອອກແລະທິດທາງແກ້ໄຂ - ảnh 1 (ທີ່ກອງປະຊຸມສຳ)

ກອງປະຊຸມວິທະຍາສາດດ້ວຍຫົວຂໍ້ວ່າ “ກົດໝາຍສາກົນ, ຄວາມຍຸຕິທຳແຫ່ງຊາດ ແລະ ສາກົນ, ອະທິປະໄຕແຫ່ງຊາດໃນຕົວຢ່າງການກະທົບຕອບລະຫວ່າງບັນດາປະເທດຢູ່ທະເລຕາເວັນອອກ” ໄດ້ດຳເນີນໃນວັນທີ 01 ພະຈິກ, ຢູ່ມະຫາວິທະຍາໄລຍຸຕິທຳແຫ່ງຊາດ (ສະຖາບັນຍຸຕິທຳ) ຂຶ້ນກັບສານສູງສຸດຂອງສະຫະພັນລັດເຊຍ. ນີ້ແມ່ນຄັ້ງທຳອິດທີ່ຫົວເລື່ອງກ່ຽວກັບທະເລຕາເວັນອອກ ໄດ້ນຳເຂົ້າໃນລາຍການຂອງກອງປະຊຸມ ທີ່ສະຫງວນໃຫ້ແກ່ນັກສຶກສາ, ນັກຄົ້ນຄວ້າທີ່ມີຄວາມເກັ່ງກ້າສາມາດ - ບັນດານັກວິທະຍາສາດໜຸ່ມຂອງຂະແໜງກົດໝາຍຂອງປະເທດລັດເຊຍ.

        ທ່ານປະລິນຍາເອກ Grigory Lokshin, ນັກຊ່ຽວຊານແຖວໜ້າຂອງສູນຄົ້ນຄວ້າຫວຽດນາມ ແລະ ອາຊຽນ ຂຶ້ນກັບສະຖາບັນຕາເວັນອອກໄກ, ສະພາມະຫາບັນດິດວິທະຍາສາດລັດເຊຍ, ໄດ້ສາຍຄຼິບວີດີໂອສັ້ນກ່ຽວກັບບັນດາການກະທຳຜິດກົດໝາຍຂອງຈີນ ຢູ່ທະເລຕາເວັນອອກ. ນັກຊ່ຽວຊານທ່ານນີ້ ໄດ້ວິເຄາະໄຈ້ແຍກບັນດາການກະທຳດັ່ງກ່າວແມ່ນໄປຝືນກັບກົດໝາຍສາກົນ, ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ນັກຊ່ຽວຊານ Kokshin ກໍ່ນຳສະເໜີບັນດາການຜັນແປຫຼ້າສຸດຢູ່ທະເລຕາເວັນອອກ, ຢືນຢັນວ່າ ຈີນ ໄດ້ລະເມີດອະທິປະໄຕ, ສິດອຳນາດອະທິປະໄຕ ແລະ ສິດອຳນາດສານຂອງຫວຽດນາມ ຢ່າງຮ້າຍແຮງ ເມື່ອນຳກຸ່ມກ່ຳປັ່ນ ໄຮ້ຢາງ 8 ເຂົ້າໄປເຂດ ບ້າຍຕືຈິ໊ງ ເຊິ່ງນອນໃນເຂດເສດຖະກິດພິເສດ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ, ເຊິ່ງໄດ້ກຳນົດແມ່ນຢ່າງສອດຄ່ອງກັບສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ນັກຊ່ຽວຊານ Kokshin ຢືນຢັນວ່າ, ຈີນ ບໍ່ມີພື້ນຖານດ້ານກົດໝາຍສາກົນໃດໆເພື່ອຍົກອອກຄຳຮຽກສິດສຳລັບເຂດນີ້. ທ່ານກ່າວວ່າ.

        “ໃນດ້າຍກົດໝາຍ, ປະຈຸບັນ ເຂດທະເລຕາເວັນອອກ ແມ່ນອັນຕະລາຍທີ່ສຸດ, ຮຽກຮ້ອງໃຫ້ມີຄວາມຮັບຜິດຊອບ, ແຕ່ຍັງບໍ່ທັນມີຄວາມເອົາໃຈໃສ່ຈາກປະຊາຄົມກົດໝາຍສາກົນຢ່າງພຽງພໍເທື່ອ. ພວກຂ້າພະເຈົ້າເຫັນວ່າ ການລະເມີດທີ່ຮ້າຍແຮງຂອງຝ່າຍຈີນ ນັ້ນແມ່ນກ່ຽວຂ້ອງເຖິງຖືກຕ້ອງຕາມກົດໝາຍຫວຽດນາມ ເຊິ່ງກົດໝາຍສາກົນໄດ້ຮັບຮອງເອົາ, ບັນດາປະເທດຢູ່ແຄມທະເລອື່ນທີ່ພວມປົກປ້ອງອະທິປະໄຕຂອງຕົນຄື ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ, ບຣຸໄນ, ສ້າງເປັນກຸ່ມບັນດາປະເທດຊອກຫາຄວາມຍຸຕິທຳ, ກົດໝາຍໃນການແກ້ໄຂບັນຫານີ້”.

        ບັນດານັກຊ່ຽວຊານກ່າວຄຳເຫັນທີ່ກອງປະຊຸມລ້ວນແຕ່ຢືນຢັນວ່າ, ໃນປະຈຸບັນ ເຖິງວ່າ ບັນດາເຄື່ອງມືດ້ານນິຕິທຳສາກົນເພື່ອແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ ຍັງບໍ່ທັນສົມບູນເທື່ອ, ແຕ່ທຸກໆຝ່າຍທີ່ມີການຂັດແຍ້ງກັນກໍ່ລ້ວນແຕ່ຕ້ອງປະຕິບັດຕາມບັນດາມາດຕະຖານຂອງກົດໝາຍສາກົນທີ່ໄດ້ຮັບຮອງເອົາແລ້ວ, ໃນນັ້ນມີສົນທິສັນຍາສາກົນຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ເຊິ່ງຈີນ ກໍ່ແມ່ນສະມາຊິກ

ຕອບກັບ

ຂ່າວ/ບົດ​ອື່ນ