ກອງປະຊຸມສຳມະນາວິທະຍາສາດສາກົນສື່ມວນຊົນອາຊຽນ:ບັນດາແງ່ມູບປຽບທຽບ
Huong Tra -  
ກອງປະຊຸມສຳມະນາວິທະຍາສາດສາກົນ “ສື່ມວນຊົນອາຊຽນ: ບັນດາແງ່ມູບປຽບທຽບ"
|
(vovworld) - ວັນທີ 19/10, ຢູ່ ຮ່າໂນ້ຍ, ພະແນກສ່ືມວນຊົນ ແລະ ສື່ສານ ມະຫາວິທະຍາໄລ ວິທະຍາສາດ ສັງຄົມ ມະນຸດສາດ, ສົມທົບກັບສະຖາບັນ Konrad Adenauer Stiftung (KAS-ສະຫະພັນເຢັຍລະມັນ) ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດສາກົນ “ສື່ມວນຊົນອາຊຽນ: ບັນດາແງ່ມູມປຽບທຽບ“.
ກອງປະຊຸມສຸມໃສ່ໄຈ້ແຍກກ່ຽວກັບສະພາບພັດທະນາຂອງສື່ມວນຊົນ ອາຊຽນ, ກຳນົດບັນດາຈຸດທີ່ຄ້າຍຄືກັນ ແລະ ບັນດາສີສັນທີ່ແຕກຕ່າງກັນໂດຍພື້ນຖານ ລະຫວ່າງສື່ມວນຊົນປະເທດຕ່າງໆ ກໍ່ຄືວິໄສທັດສື່ມວນຊົນ ອາຊຽນ ເຖິງປີ 2020. ທ່ານ Bob Iskandar, ນັກປາຖະກະຖາ ອິນໂດເນເຊຍ, ຜູ້ອຳນວຍການ ສະຫະພັນສື່ມວນຊົນ ອາຊີຕາເວັນອອກສ່ຽງໃຕ້, ແບ່ງປັນວ່າ:
“ຂ້າພະເຈົ້າຄິດວ່າ, ປະຈຸບັນສື່ມວນຊົນ ອາຊຽນ ໄດ້ມີບັນດາບາດກ້າວດີສົມຄວນ, ພິເສດແມ່ນໃນຂົງເຂດ ດີຈີຕອນ. ແຕ່ຍັງມີສິ່ງທ້າທາຍລວມ ເຊິ່ງ ສື່ມວນຊົນ ອາຊຽ ນຕ້ອງຜ່ານຜ່າ, ເຊັ່ນ: ເຮັດແນວໃດເພື່ອກໍ່ສ້າງຖັນແຖວຊັບພະຍາກອນມະນຸດວິຊາສະເພາະ, ທີ່ມີທັກສະ, ບັນດາເນື້ອໃນລາຍການຕ້ອງມີຄວາມດູດດື່ມ ແລະ ມີຄວາມສາມາດດ້ານການເງິນ ແລະ ການລົງທຶນເພື່ອຜະລິດລາຍການຕ່າງໆໄດ້“.
ສິ້ນສຸດກອງປະຊຸມສຳມະນາ, ບັນດານັກຂ່າວ ອາຊຽນ ຢືນຢັນ ຄວນເພີ່ມທະວີຄວາມສາມັກຄີດ້ານສື່ມວນຊົນໃນກຸ່ມ ອາຊຽນ ໃຫ້ໄດ້, ຮ່ວມມືສື່ສານກ່ຽວກັບການພັດທະນາຂອງ ອາຊຽນ ເພື່ອຍົກສູງຄວາມເຂົ້າໃຈຂອງປະຊາຊົນໃນພາກພື້ນ ແລະ ສົ່ງເສີມການປະກອບສ່ວນຂອງປະຊາຊົນ, ມຸ່ງໄປສູ່ປະຊາຄົມ ອາຊຽນ ແຫ່ງຄວາມສາມັກຄີ, ພັດທະນາ ແລະ ວັດທະນາຖາວອນ.
Huong Tra