(vovworld) – ວັນທີ 7/4, ສະຖານທູດ ຫວຽດນາມ ປະຈຳຢູ່ ກຳປູເຈຍ ໄດ້ຈັດຕັ້ງ “ກອງປະຊຸມສຳມະນາວິສາຫະກິດ ຫວຽດນາມ ລົງທຶນ ແລະ ດຳເນີນທຸລະກິດຢູ່ ກຳປູເຈຍ” ເພື່ອໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ເພີ່ມທະວີ, ເປີດກ້ວາງການລົງທຶນຢູ່ ກຳປູເຈຍ ໃຫ້ນັບມື້ນັບມີປະສິດທິຜົນ. ໃນກອງປະຊຸມສຳມະນາ, ບັນດານັກລົງທຶນ, ດຳເນີນທຸລະກິດ ຫວຽດນາມ ຢູ່ ກຳປູເຈຍ ໄດ້ປະກອບຄຳເຫັນຍົກອອກບັນດາໝາກຜົນທີ່ບັນລຸໄດ້, ພ້ອມກັບຄວາມຫຍຸ້ງຍາກ, ຄວາມສະດວກໃນວິວັດການລົງທຶນດຳເນີນທຸລະກິດຢູ່ ກຳປູເຈຍ. ຍົກອອກບັນດາຂໍ້ສະເໜີຕໍ່ກະຊວງອຸດສາຫະກຳ-ການຄ້າ, ລັດຖະບານ ຫວຽດນາມ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ວິວັດການລົງທຶນກວ່າອີກ, ເປີດກ້ວາງການລົງທຶນຢູ່ ກຳປູເຈຍ, ປະກອບສ່ວນຍົກສູງການພົວພັນການຄ້າລະຫວ່າງ ຫວຽດນາມ - ກຳປູເຈຍ ໃນໄລຍະຈະມາເຖິງ. ທ່ານລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ-ການຄ້າ ຫງວຽນເກີມຕູ໋ ປາດຖະໜາວ່າ: ຜ່ານກອງປະຊຸມສຳມະນານີ້, ບັນດາວິສາຫະກິດ, ນັກລົງທຶນ ຈະມີຂໍ້ມູນທີ່ມີຜົນປະໂຫຍດຕື່ມອີກ, ອັນຈະຊ່ວຍເຫຼືອບັນດາການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຢູ່ ກຳປູເຈຍ ໃຫ້ນັບມືນັບມີປະສິດທິຜົນກວ່າອີກ, ພ້ອມທັງໜູນຊ່ວຍ, ຮ່ວມສຳພັນລະຫວ່າງບັນດານັກລົງທຶນວິສາຫະກິດ ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ, ຮັບປະກັນໃຫ້ການລົງທຶນຢູ່ ກຳປູເຈຍ ບັນລຸໄດ້ປະສິດທິຜົນຢ່າງສູງ, ປະກອບສ່ວນຊຸກຍູ້ການພົວພັນການຄ້າລະຫວ່າງ ຫວຽດນາມ - ກຳປູເຈຍ ເວົ້າສະເພາະ ແລະ ການພົວພັນມິດຕະພາບ 2 ປະເທດເວົ້າລວມນັບມື້ນັບພັດທະນາກວ່າອີກ.