ກອງປະຊຸມສຳມະນາສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວແຂວງ Phu Yen ປີ 2012

ກອງປະຊຸມສຳມະນາສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວແຂວງ Phu Yen ປີ 2012 - ảnh 1
ທີ່ກອງ​ປະຊຸມ​ສຳ​ມະ​ນາ
(ພາບ: baophuyen.com.vn)

(vovworld) –     ຕອນ​ເຊົ້າ​ວັນ​ທີ 22/9, ຢູ່​ນະຄອນ Tuy Hoa, ​ແຂວງ Phu Yen, ປະ​ເທດ​ຫວຽດນາມ. ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ສົມທົບ​ກັບ​ສະຫະ​ສະມາຄົ​ມວິ​ສາ​ຫະກິດ​ແຂວງ Phu Yen ຈັດ​ຕັ້ງກອງ​ປະຊຸມ​ສຳ​ມະ​ນາ​ສົ່ງ​ເສີມ​ການ​ລົງທຶນ, ການ​ຄ້າ, ການທ່ອງທ່ຽວ​ແຂວງ Phu Yen ປີ 2012. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ, ມີ​ຜູ້ຕາງໜ້າ​ຂອງ 120 ວິ​ສາ​ຫະກິດ​ທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ການ​ນຳ​ແຂວງ Phu Yen ​ໄດ້​​ແນະນຳກັບ​​ວິ​ສາ​ຫະກິດ​ຕ່າງໆ​ກ່ຽວ​ກັບບັນດາທ່າ​ແຮງ, ຄວາມ​ສາມ​ມາດ​ບົ່ມຊ້ອນດ້ານ​ເສດຖະກິດ, ສັງຄົມ, ບັນດາ​ນະ​ໂຍບາຍ​ໃຫ້​ບຸລິມະສິດ​ໃນ​ການ​ລົງທຶນ, ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ຊອກ​ຫາ​ກາລະ​ໂອກາດ​ລົງທຶນ​ຢູ່​ແຂວງ Phu Yen.

ຕີ​ລາຄາ​​ບັນດາ​ທ່າ​ແຮງກ່ຽວ​ກັບ​ການ​ດຶງ​ດູດ​ການ​ລົງທຶນ​ຂອງ​ແຂວງ, ທ່ານ Pham Ngoc Hung, ຮອງ​ປະທານຜູ້​ປະຈຳການ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ນະຄອນ​ໂຮ່ຈິ​ມິນ​ໃຫ້​ຮູ້​ວ່າ.

“ພວກ​ຂ້າພະ​ເຈົ້າ​ຈະ​ສວມ​ບົດບາດ​ເຊື່ອມ​ຕໍ່​ບັນດາ​ວິ​ສາ​ຫະກິດ​ນະຄອນ​ໂຮ່ຈິ​ມິນ ​ແລະ ບັນດາ​ແຂວງ. ​ແຕ່​ດົນ​ນານແລ້ວ ພວກ​ຂ້າພະ​ເຈົ້າ​ໄດ້​ປະຕິບັດ​ຢ່າງ​ຕັ້ງໜ້າການ​ເຊື່ອມ​ຕໍ່​ກັບ​ບັນດາ​ແຂວງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ. ​ແຂວງ Phu Yen ແມ່ນ​​ແຫ່ງທຳ​ອິດ​​ໃນ​ການ​​​​ເດີນ​ທາງໄປ​ເຊື່ອມ​ຕໍ່ກັບບັນດາ​ວິ​ສາ​ຫະກິດ​ພາກ​ກາງ​ຫວຽດນາມ. ​ແລະ​ ພວກຂ້າພະ​ເຈົ້າ​ຄິດ​ວ່າ ບັນດາ​ວິ​ສາ​ຫະກິດ​ນະຄອນ​ໂຮ່ຈິ​ມິນ ວັນ​ນີ້ ຈະ​ເຊື່ອມ​ຕໍ່​ກັບ​ບັນດາ​ວິ​ສາ​ຫະກິດ​​ແຂວງ Phu Yen ຫຼາຍກວ່າ​ອີກ.”

ຂ່າວ/ບົດ​ອື່ນ