(ກອງປະຊຸມສຳມະນາ “ກົດໝາຍວ່າດ້ວຍການເອົາປະຊາມະຕິ
- ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ”)
(vovworld) – “ກົດໝາຍວ່າດ້ວຍເອົາປະຊາມະຕິ - ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ” ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາໂດຍສະມາຄົມທະນາຍຄວາມ ຫວຽດນາມ ຈັດຕັ້ງເມື່ອວັນທີ 4/6 ຢູ່ ຮ່າໂນ້ຍ. ນີ້ແມ່ນກອງປະຊຸມສຳມະນາທຳອິດໄດ້ຮັບການຈັດຕັ້ງເພື່ອຮັບໃຊ້ໃຫ້ການສ້າງກົດໝາຍວ່າດ້ວຍເອົາປະຊາມະຕິ ໂດຍສະມາຄົມທະນາຍຄວາມ ຫວຽດນາມ ເປັນເຈົ້າການຮຽບຮຽງ. ບັນດາຄຳເຫັນທີ່ກອງປະຊຸມສຳມະນາໄດ້ສຸມໃສ່ເຮັດແຈ້ງທາດແທ້, ເນື້ອໃນ ແລະ ຄວາມຮຽກຮ້ອງຕ້ອງການຂອງການເອົາປະຊາມະຕິ, ແນວຄິດ ໂຮ່ຈີມິນ, ທັດສະນາຂອງພັກກອມມູນິດ ແລະ ລັດ ຫວຽດນາມ ກ່ຽວກັບການເອົາປະຊາມະຕິ; ບັນດາຮູບແບບປະຊາທິປະໄຕ ແລະ ເອົາປະຊາມະຕິ, ບົດບາດຂອງສະພາແຫ່ງຊາດໃນການເອົາປະຊາມະຕິ, ການເລືອກຕັ້ງ, ເອົາປະຊາມະຕິ ແລະ ຮັບເອົາຄຳເຫັນຂອງປະຊາຊົນ... ສາດສະດາຈານ, ດຣ ເລມິນເຕີມ, ຮອງປະທານ ທັງເປັນເລຂາທິການໃຫຍ່ສະມາຄົມທະນາຍຄວາມ ຫວຽດນາມ, ຊີ້ແຈ້ງວ່າ:
“ການເອົາປະຊາມະຕິແມ່ນມາຕາເກນທີ່ມີລັກສະນະປະຫວັດສາດ, ປະກົດຕົວ ແລະ ພັດທະນາພ້ອມກັບການພັດທະນາຂອງປະຊາທິປະໄຕ. ການເອົາປະຊາມະຕິແມ່ນຄຸນຄ່າໂດຍປະຊາຊົນປະດິດສ້າງໃນວິວັດແຫ່ງການຈັດຕັ້ງ, ປະຕິບັດສິດອຳນາດແຫ່ງລັດ, ການສ້າງ, ປະຕິບັດກົດໝາຍ ແລະ ການດຳເນີນບັນດາຂະບວນວິວັດປະຊາທິປະໄຕໃນຊີວິດສັງຄົມ. ການເອົາປະຊາມະຕິແມ່ນຮູບການປະຊາທິປະໄຕ ໂດຍກົງ, ແມ່ນເຄື່ອງມືເພື່ອໃຫ້ປະຊາຊົນປະຕິບັດສິດອຳນາດຂອງຕົນ. ການເອົາປະຊາມະຕິແມ່ນຄຸນຄ່າຂອງວັດທະນະທຳການເມືອງ, ນິຕິກຳ ແລະ ປະຊາທິປະໄຕ.”