ກອງປະຊຸມສຳມະນາ ກ່ຽວກັບທະເລຕາ ເວັນອອກຢູ່ອົດສະຕາລີ


ກອງປະຊຸມສຳມະນາ ກ່ຽວກັບທະເລຕາ ເວັນອອກຢູ່ອົດສະຕາລີ - ảnh 1

(ພາບ: Hồng Vân/TTXVN)

(vovworld)-  ວັນ​ທີ 30/11, ຢູ່​ມະຫາວິທະຍາ​ໄລ New South Wales ປະ​ເທດ​ອົດ​ສ​ະຕາ​ລີ ​ໄດ້​ຈັດກອງ​ປະຊຸມສຳ​ມະ​ນາ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ຊື່​ງ​ໄດ້​ດຶງ​ດູດຄວາມ​ສົນ​ໃຈ​ຈາກ​ຜູ້​ຊ່ຽວຊານ, ​ເພື່ອນ​ມິດສາ​ກົນ, ຊາວ​ຫວຽດນາມ ​ແລະ ນັກຮຽນ​ນັກ​ສຶກສາ​ຫວຽດນາມ ພວມ​ດຳລົງ​ຊີດ​ວິດ, ຮ່ຳຮຽນ​ຢູ່​ອົດ​ສະ​ຕາ​ລີ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ກອງ​ປະຊຸມສຳ​ມະ​ນາ​ໄດ້​ຮັບ​ຟັງ​ ທ່ານ ດຣ ປະຫວັດສາດ​ຫງວຽນ​ຫຍ໋າ (Nguyễn Nhã) ສະ​ເໜີ​ບັນດາ​ພະຍານ​ຫຼັກ​ຖານ​ຢັ້ງຢືນ​ປະຊາທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ເຂດ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ຕາມ​ນັ້ນ​ແລ້ວ, ​ເນັ້ນໜັກ​ວ່າ: ​ສິດ​ທີ່​ບໍ່​ອາດ​ໂຕ້​ຖຽງນີ້​ໄດ້​ລະບຸ​ໄວ້​ໃນ​ປຶ້ມ​ປະຫວັດສາດ, ປຶ້ມ​ພູມ​ສາດ, ​ເອກ​ະສານຈາກ​ສູນ​ກາງ​ຮອດ​ທ້ອງ​ຖິ່ນ​ແຕ່​ສັດຕະວັດ​ທີ 19, ​ໃນ​ເອກະສານ​ຂອງຝ່າຍຕາ​ເວັນ​ຕົກ​ໃນ​ສັດຕະວັດ​ທີ 19. ສາດສະ​ດາ​ຈານ Carlyle A.Thayer ຂອງມະຫາວິທະຍາ​ໄລ New South Wales ກໍ່​ໄດ້​ສະ​ເໜີ​ພື້ນຖານ​ດ້ານ​ກົດໝາຍ​ ​ແລະ ນະ​ໂຍບາຍທີ່​ແທດ​ຈິງ ​ໃນ​ການ​ແກ້​ໄຂ​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ສາດສະ​ດາ​ຈານ Carlyle A.Thayer ​ເນັ້ນໜັກ​ເຖິງ​ຄວາມ​ໝາຍດ້ານພູມ​ສາດ​ຍຸດ​ທະ​ສາດ​ຂອງເຂດ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ,​ ບົດບາດ​ຂອງ​ສົນ​ທິ​ສັນຍາ​ສາກົນ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 ກໍ່​ຄື​ບັນດາ​ບາດກ້າວ​ເດີນ​ຂອງ​ອາ​ຊຽນ ​ແລະ ຈີນ ​ໃນ​ການ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ