ກອງປະຊຸມສຳມະນາ “ຖະແຫຼງການຂອງພັກກອມມູນິດ-ຄຸນຄ່າທິດສະດີແລະພຶດຕິກຳຕົວຈິງໃນຍຸກປະຈຸບັນ”
(VOVWORLD) -ຕອນເຊົ້າວັນທີ 26 ກຸມພາ, ຢູ່ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ໄດ້ສົມທົບກັບຄະນະໂຄສະນາສຶກສາສູນກາງ, ສະພາທິດສະດີສູນກາງ, ສະຖາບັນດິດວິທະຍາສາດສັງຄົມຫວຽດນາມ ຈັດກອງປະຊຸມວິທະຍາສາດສາກົນ “ຖະແຫຼງການຂອງພັກກອມມູນິດ-ຄຸນຄ່າທິດສະດີແລະພຶດຕິກຳຕົວຈິງໃນຍຸກປະຈຸບັນ”.
ກອງປະຊຸມສຳມະນາ “ຖະແຫຼງການຂອງພັກກອມມູນິດ-ຄຸນຄ່າທິດສະດີແລະພຶດຕິກຳຕົວຈິງໃນຍຸກປະຈຸບັນ”
(ພາບ: TTXVN)
|
ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ ວໍວັນເທືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ເນັ້ນໜັກວ່າ: “ຖະແຫຼງການຂອງພັກກອມມູນິດ” ໂດຍ Karl Marx ແລະ Friedrich Engels ຮຽບຮຽງ, ໄດ້ພິມຈຳໜ່າຍເປັນຄັ້ງທຳອິດຢູ່ອັງກິດ. ການສະເໜີຕົວຂອງ “ຖະແຫຼງການຂອງພັກກອມມູນິດ” ແມ່ນບາດລ້ຽວຕັດສິນສຳລັບການພັດທະນາຂອງຂະບວນການພັກກອມມູນິດ ແລະ ກຳມະກອນສາກົນ, ເປັນຂີດໝາຍຂອງການສ້າງຕັ້ງກ່ຽວກັບພື້ນຖານທິດສະດີຂອງລັດທິມາກ. ໄດ້ເຍື່ອງທາງດ້ວຍແນວຄິດຂອງ “ຖະແຫຼງການຂອງພັກກອມມູນິດ”, ຂອງລັດທິ ມາກ - ເລນິນ ແລະ ແນວຄິດໂຮ່ຈິມິນ, ພັກກອມມູນິດຫວຽດນາມ ໄດ້ຊີນຳນຳພາປະຊາຊົນຫວຽດນາມ ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທົດສອບ, ລະດົມໄດ້ທຸກແຫຼ່ງກຳລັງຂອງປະເທດຊາດ, ສົມທົບກັບກຳລັງແຮງຂອງຊາດ ພ້ອມກັບກຳລັງແຮງຂອງຍຸກສະໄໝ ເພື່ອຍາດໄດ້ບັນດາໄຊຊະນະອັນສະຫງ່າລາສີ ແລະ ພວມກ້າວຂຶ້ນສູ່ສັງຄົມນິຍົມຢ່າງໝັ້ນຄົງໜັກແໜ້ນ.
ນອກຈາກບັນດາບົດທາບທາມຄວາມເຫັນຂອງບັນດາຜູ້ແທນຫວຽດນາມ ແລ້ວ, ກອງປະຊຸມກໍ່ໄດ້ຮັບບັນດາບົດທາບທາມຄວາມເຫັນຂອງຜູ້ແທນລາວ ແລະ ສະຫະພັນລັດເຊຍ.