(VOVWORLD) - ກອງປະຊຸມສຳມະນາວິທະຍາສາດ “ປະຕິບັດຕາມແບບຢ່າງປະທານ ໂຮ່ຈີມິນ” ໄດ້ດຳເນີນໃນຕອນເຊົ້າວັນທີ 22 ສິງຫາ ຢູ່ ຮ່າໂນ້ຍ ດ້ວຍການເຂົ້າຮ່ວມຂອງທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ພ້ອມດ້ວຍບັນດານັກວິທະຍາສາດ. ກອງປະຊຸມສຳມະນາໄດ້ຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປະຕິບັດພິໄນກຳຂອງປະທານ ໂຮ່ຈີມິນ (1969 - 2019).
ທ່ານ ເຊີນມິງທັ໊ງ, ເລຂາຄະນະພັກກຸ່ມບັນດາອົງການສູນກາງ (ພາບ: TTXVN) |
ບົດປະກອບຄຳເຫັນຂອງບັນດາຜູ້ແທນທີ່ກອງປະຊຸມສຳມະນາ ໄດ້ຍົກອອກ ແລະ ເຮັດແຈ້ງບັນດາຖ້ອຍຄຳໃນພິໄນກຳຂອງປະທານ ໂຮ່ຈີມິນ ກ່ຽວກັບຄຸນສົມບັດຄວາມເມດຕາປານີ, ແບບແຜນການດຳລົງຊີວິດທີ່ລຽບງ່າຍ, ຈິດໃຈເປັນແບບຢ່າງຂອງເພິ່ນ ກ່ຽວກັບການກໍ່ສ້າງພັກ ແລະ ລະບົບການເມືອງ, ກ່ຽວກັບບົດບາດ ແລະ ຄຸນຄ່າພຶດຕິກຳຕົວຈິງໃນການເປັນແບບຢ່າງສຳລັບພະນັກງານ, ສະມາຊິກພັກ, ເປັນຕົ້ນແມ່ນຜູ້ນຳໜ້າຄະນະພັກຂອງບັນດາອົງການ, ຫົວໜ່ວຍ. ທ່ານສາດສະດາຈານ, ປະລິນຍາເອກ ຮ່ວາງຈີ໊ບ໋າວ, ອະດີດກຳມະການສະພາທິດສະດີສູນກາງ ຢືນຢັນວ່າ:
ຄວາມສະຫງຽມຄ່ຽມຄົມ, ຊື່ຕົງບໍລິສຸດ, ຄວາມລຽບງ່າຍ, ຄວາມເມດຕາປານີ ແລະ ຄວາມໂອບອ້ອມອາລີຂອງປະທານ ໂຮ່ຈີມິນ ນັ້ນແມ່ນລະບົບຄຸນຄ່າ ເຊິ່ງພວກເຮົາຄວນມີຄວາມຮັບຮູ້ ແລະ ສືບຕາມເພື່ອປະຕິບັດເຂົ້າໃນການດຳລົງຊີວິດ. ເພິ່ນໄດ້ຕັກເຕືອນ ພະນັກງານ, ສະມາຊິກພັກວ່າ ແມ່ນການຕຳໜິຕິຊົມວຽກງານ ບໍ່ແມ່ນຕຳໜິຕິຊົມຄົນ, ໝາຍຄວາມວ່າ ເພິ່ນມີຄວາມເຄົາລົບທີ່ສຸດຕໍ່ຄວາມເປັນມະນຸດຂອງແຕ່ລະຄົນ.
ກໍ່ມີທັດສະນະດຽວກັນ, ທ່ານ ເຊີນມິງທັ໊ງ, ເລຂາຄະນະພັກກຸ່ມບັນດາອົງການສູນກາງ ຖືວ່າ: ຄວນເຮັດໃຫ້ການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະຕິວັດຂອງປະທານ ໂຮ່ຈີມິນ ກາຍເປັນຄວາມຕ້ອງການດ້ານວັດທະນະທຳ, ຄວາມຕື່ນຕົວ, ກາຍເປັນກຳລັງໜູນໃນການບຳເພັນ, ຝຶກຝົນຫຼໍ່ຫຼອມຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນແຕ່ລະຄົນ.