ກອງປະຊຸມສຳມະນາ ວິທະຍາສາດ “ເສດຖະກິດຍີ່ປຸ່ນ ແລະ ອາຊີ“


ກອງປະຊຸມສຳມະນາ ວິທະຍາສາດ “ເສດຖະກິດຍີ່ປຸ່ນ ແລະ ອາຊີ“ - ảnh 1
(ພາບ:baotintuc.vn
)

(vovworld)-​ ​ເນື່ອງ​ໃນ​ໄອ​ກາດສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດຫວຽດນາມ-​ຍີ່ປຸ່ນ, ວັນ​ທີ 12/3, ຢູ່​ຮ່າ​ໂນ້ຍ, ສູນ​ເສດຖະກິດ​ອາຊີ-​ປາຊີ​ຟິກ (VAPEC) ​ໄດ້​ຈັດກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ “​ເສດຖະກິດ​ຍີ່ປຸ່ນ ​ແລະ ອາຊີ“ ​ເພື່ອ​ແນ​ໃສ່ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ນັກຄົ້ນຄ້ວາ, ນັກທຸລະກິດ​ຂອງ​ຫວຽດນາມ ສາມາດ​ສຳ​ພັດ, ພົບ​ປະ​ແລກປ່ຽນ, ຄົ້ນຄ້ວາ​ບັນດາ​ຈຸດ​ພິ​ເສດສະ​ເພາະ ​ແລະ ບົ​ດຮຽນ​ພັດທະນາ​ເສດຖະກິດ​ຂອງ​ຍີ່ປຸ່ນ ກໍ່​ຄື​ປະ​ເທດ​ອາຊີ​ຈຳນວນ​ໜຶ່ງ, ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ຍຸດ​ທະ​ສາດ, ນະ​ໂຍບາຍ​ປະຕິບັດ​ແຜນ​ນະ​ໂຍບາຍ​ຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຫຼາຍ​ຝ່າ​ຍ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ໂລກ​ຂອງ​ຫວຽດນາມ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ສາດສະດາຈານ Harada Yutaka ມະຫາວິທະຍາ​ໄລ Waesa –Tokyo ​ໄດ້​ສະ​ເໜີ​ການຄົ້ນຄ້ວາວິທະຍາສາດ​ກ່ຽວ​ກັບ “ອະນາຄົດ​ຂອງ​ພື້ນຖານ​ເສດຖະກິດ​ຍີ່ປຸ່ນ“. ທ່ານ​ສາດສະດາຈານ​ເຈີ່ນ​ວັນ​ທໍ້, ມະຫາວິທະຍາ​ໄລ Waesa –Tokyo ​ໄດ້​ສະ​ເໜີ​ກ່ຽວ​ກັບ​ບັນຫາ “ຍີ່​ປຸ່ນ ​ແລ​ະ ກະ​ແສ​ອຸດສາຫະກຳ​ຢູ່​ອາຊີ“ ​ແລະ ຖື​ວ່າ ຫວຽດນາມ ຄວນ​ກຳ​ບັນດາ​ກາລະ​ໂອກາດ​ໃໝ່​ຈາກ​ຍີ່ປຸ່ນ, ​ເພີ່ມ​ຄວາມ​ສາມາດ​ແກ້ງ​ແຍ້​ງຂອງ​ບັນດາ​ຂະ​ແໜງ​ອຸດສາຫະກຳ​ຢ່າງວ່ອງ​ໄວ ກ່ອນ​ທີ່​ບັນດາ​ສັນຍາ​ການ​ຄ້າ​ເສລີ ​ໄດ້ຮັບ​ການ​ປະຕິບັດ.

 

 

 



ຂ່າວ/ບົດ​ອື່ນ