(ພາບ : http://baomoi.com)
ຕອນເຊົ້າວັນທີ 29/11 ຢູ່ ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ຈັດກອງປະຊຸມສຳມະນາວຽກງານຖະແຫຼງຂ່າວ ຕໍ່ຕ່າງ ປະເທດ, ການໂຄສະນາກ່ຽວກັບເຂດໝູ່ເກາະທະເລ ແລະ ການແບ່ງກຳນົດ ປັກຫຼັກໝາຍຊາຍແດນປີ 2011. ທີ່ກອງປະຊຸມ, ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ຢືນຢັນວ່າ ການພົວພັນຕ່າງປະເທດ, ການປ້ອງກັນຊາດປ້ອງກັນຄວາມສະຫງົບລະ ຫວ່າງຫວຽດນາມ ແລະ ບັນດາປະເທດໃນພາກພື້ນ ຍາມໃດກໍ່ແມ່ນສາຍພົວພັນແບບສະເໝີພາບ, ຮ່ວມມືຍາວນານ ຕ່າງຝ່າຍຕ່າງມີຜົນປະໂຫຍດ ບົນພື້ນຖານກົດບັດ ສປຊ ແລະ ກົດໝາຍສາກົນ, ພິເສດແມ່ນສາຍພົວພັນກັບບັນດາປະເທດ ມີເສັ້ນຊາຍແດນຮ່ວມ ຄື ຈີນ, ລາວ, ກຳປູເຈັຍ. ດັ່ງນັ້ນ ຄວນເປີດກ້ວາງ ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຖະແຫຼງຂ່າວຕໍ່ຕ່າງປະເທດ ໃນຂົງເຂດວັດທະນະທຳ, ສື່ມວນຊົນ, ກາຍພິມຈຳໜ່າຍ ແລະ ສ້າງຕັ້ງສູນວັດທະນະທຳ ຈຳນວນໜຶ່ງຂອງຫວຽດນາມຢູ່ຕ່າງປະເທດ. ທ່ານ ບຸຍເທດຶກ ຮອງຫົວໜ້າ ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໃຫ້ຮູ້ວ່າ:
“ ບົນພື້ນຖານໝາກຜົນວຽກງານ ຖະແຫຼງຂ່າວຕໍ່ຕ່າງປະເທດປີ 2011, ພວກເຮົາພ້ອມກັນແລກປ່ຽນຍົກສູງຄຸນນະພາບການຖະແຫຼງຂ່າວໃຫ້ແກ່ຊາວ ຫວຽດ ນາມອາໄສຢູ່ຕ່າງປະເທດ, ນະໂຍບາຍການພົວພັນຕ່າງປະເທດ, ການປ້ອງກັນຊາດໃນສະພາບການໃໝ່. ຍົກສູງຄຸນນະພາບການເຄື່ອນໄຫວໂຄສະນາ, ແກ້ໄຂຂໍ້ມຸນຂ່າວສານໃນວຽກງານ ໂຄສະນາກ່ຽວກັບເຂດໝູ່ເກາະທະເລ ແລະ ການແບ່ງກຳນົດ ປັກຫຼັກໝາຍຊາຍແດນ. ພັກ, ລັດ ແລະປຊຊຫວຽດນາມຕັດສິນໃຈ ຮັກສາໄມຕີຈິດມິດຕະພາບ, ການຮ່ວມມື ແລະ ພັດທະນາກັບບັນດາປະເທດໃນພາກພື້ນ ”
ກອງປະຊຸມສຳມະນາວຽກງານຖະແຫຼງຂ່າວ ຕໍ່ຕ່າງ ປະເທດ, ການໂຄສະນາກ່ຽວກັບເຂດໝູ່ເກາະທະເລ ແລະ ການແບ່ງກຳນົດ ປັກຫຼັກໝາຍຊາຍແດນປີ 2011 ຍັງຈະດຳເນີນຢູ່ບັນດາແຂວງພາກໄຕ້ຫວຽດນາມໃນວັນທີ 2 ແລະ 3/12 .