ກອງປະຊຸມສຳມະນາ ສາກົນກ່ຽວກັບນ້ຳ ແລະ ສຸຂະພາບຢູ່ເຂດຕົວເມືອງ
ກອງປະຊຸມສຳມະນາສາກົນກ່ຽວກັບນ້ຳ ແລະ ສຸຂະພາບຢູ່ເຂດຕົວເມືອງ
(ພາບ: tinmoitruong.vn)
(vovworld) - ກອງປະຊຸມສຳມະນາສາກົນກ່ຽວກັບນ້ຳ ແລະ ສຸຂະພາບຢູ່ເຂດຕົວເມືອງຖືກດຳເນີນໄປໃນວັນທີ 15 – 16/12 ຢູ່ນະຄອນເຫ້ວ, ດ້ວຍການເຂົ້າຮ່ວມຂອງບັນດານັກວິທະຍາສາດມາຈາກຍີ່ປຸ່ນ, ຫວຽດນາມ, ໄທ, ອິນໂດເນເຊຍ, ມາເລເຊຍ, ບັງກຣາເທດ, ລາວ... ທີ່ກອງປະຊຸມສຳມະນາ, ມີ 33 ບົດລາຍງານທີ່ໄດ້ຝາກເຖິງ ແລະ ສະເໜີ, ພ້ອມກັບ 17 ບົດລາຍງານສະຫງວນໃຫ້ນັກຄົ້ນຄວ້າເໜືອມະຫາວິທະຍາໄລ ແລະ ພະນັກງານຄົ້ນຄວ້າໜຸ່ມ, ໂດຍສຸມໃສ່ຫົວຂໍ້ກ່ຽວກັບສຸຂະພາບດ້ານຊີວະພາບ ແລະ ຕີລາຄາຄວາມສ່ຽງດ້ານສຸຂະພາບທີ່ກ່ຽວຂ້ອງເຖິງສະພາບແວດລ້ອມແຫ່ງນ້ຳຢູ່ຕົວເມືອງ. ບັນດາບົດລາຍງານໄດ້ແນະນຳກ່ຽວກັບບັນດາເຕັກນິກໃໝ່ໃນການຕີລາຄາສິ່ງແວດລ້ອມ, ບັນດາຜົນງານຄົ້ນຄວ້າກ່ຽວກັບສິ່ງແວດລ້ອມເຊິ່ງໄດ້ຮັບການປະຕິບັດຢູ່ບັນດາເຂດຕົວເມືອງໃຫຍ່ຢູ່ບາງປະເທດຄື: ໄທ, ອີນໂດເນເຊຍ, ລາວ ແລະ ໝາກຜົນການຄົ້ນຄວ້າເຊິ່ງໄດ້ຮັບການປະຕິບັດຢູ່ບໍລິເວັນແຂວງເທື່ອທຽນເຫ້ວ.