ກອງປະຊຸມສຳມະນາຢູ່ ຢູແກຼນ
(ພາບ: Dương Trí/ ສຳນັກຂ່າວສານຫວຽດນາມ)
|
(vovworld) – ສະຖານທູດ ຫວຽດນາມ ປະຈຳ ຢູແກຼນ ໄດ້ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳປະເທດນີ້, ບໍລິສັດທ່ອງທ່ຽວ Vitoria Tour ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ຫວຽດນາມ - ຈຸດນັດພົບທີ່ດູດດື່ມສຳລັບແຂກທ່ອງທ່ຽວ ຢູແກຼນ”. ເຫດການມີຄວາມໝາຍປະກອບສ່ວນເພີ່ມທະວີການດຶງດູດແຂກທ່ອງທ່ຽວ ຢູແກຼນ ໄປຢ້ຽມຢາມ ຫວຽດນາມ, ປັບປຸງ ແລະ ຊຸກຍູ້ພັດທະນາການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ. ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ ຫງວຽນມີງຈີ໋, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຢູແກຼນ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນຈຸດນັດພົບທີ່ດູດດື່ມສຳລັບແຂກທ່ອງທ່ຽວສາກົນເວົ້າລວມ ແລະ ຢູແກຼນ ເວົ້າສະເພາະ. ຫວຽດນາມ ມີທັດສະນີຍະພາບທີ່ໂດ່ງດັງຫຼາຍແຫ່ງທີ່ໄດ້ຮັບການຮັບຮູ້ຈາກໂລກ, ມີຝັ່ງທະເລຍາວ ແລະ ອາກາດເຂດຮ້ອນສະດວກໃຫ້ແກ່ການທ່ອງທ່ຽວທະເລ. ຄຽງຄູ່ກັນນັ້ນ, ຫວຽດນາມ ແມ່ນປະເທດມີວັດທະນະທຳຫຼາຍຮູບຫຼາຍແບບ ແລະ ອຸດົມສົມບູນ, ມີປູຊານີຍະສະຖານປະຫວັດສາດໂດ່ງດັງ, ຊາວ ຫວຽດນາມ ສະໜິດສະໜົມ, ຮັກແພງແຂກຄົນ, ຄຸນນະພາບການບໍລິການທ່ອງທ່ຽວ ຫວຽດນາມ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງເພື່ອເຮັດໃຫ້ແຂກທ່ອງທ່ຽວເພິ່ງພໍໃຈ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ຢູແກຼນ. ໃນໄລຍະຜ່ານມາ, ສະຖານທູດ ຫວຽດນາມ ປະຈຳ ຢູແກຼນ ຍາມໃດກໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັບດາອົງການກ່ຽວຂ້ອງ, ບັນດາວິສາຫະກິດທ່ອງທ່ຽວ 2 ປະເທດສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ແຂກທ່ອງທ່ຽວ ຢູແກຼນ ມາທ່ອງທ່ຽວ ຫວຽດນາມ.