ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
ພາບ: internet
|
(vovworld) - ກອງປະຊຸມສຳມະນາລະນຶກ 10 ປີ ແຫ່ງວັນລົງນາມໃນຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ໂດຍບັນດາເຈົ້າຫນ້າທີ່ຂັ້ນສູງ ອາຊຽນ ແລະ ຈີນ ຈັດຕັ້ງຂຶ້ນຢູ່ນະຄອນຫລວງ ພະນົມເປັນ ປະເທດ ກຳປູເຈຍ ເມື່ອວັນທີ 1/11. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ Vu Ho ຮອງຫົວຫນ້າກົມອາຊຽນ, ສັງກັດກະຊວງການຕ່າງປະເທດ ຫວຽດນາມ ນຳຫນ້າໄດ້ເຂົ້າຮ່ວມກອງປະຊຸມສຳມະນາດັ່ງກ່າວ. ທ່ານ Hor Namhong ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ກຳປູເຈຍ ຊີ້ແຈງວ່າ: ກອງປະຊຸມສຳມະນາຄັ້ງນີ້ແມ່ນກາລະໂອກາດເພື່ອໃຫ້ ອາຊຽນ ແລະ ຈີນ ແລກປ່ຽນວິທີການຮັກສາຜົນສັກສິດຂອງ DOC ເພື່ອແກ້ໄຂບັນຫາພິພາດຢູ່ທະເລຕາເວັນອອກປະຈຸບັນ. ທ່ານ Hor Namhong ເນັ້ນຫນັກວ່າ:ເລື່ອງ ອາຊຽນ ແລະ ຈີນ ເຫັນດີລົງນາມໃນ DOC ຢູ່ຂັ້ນລັດຖະມົນຕີການຕ່າງປະເທດ ແມ່ນສະແດງໃຫ້ເຫັນວ່າ: ສອງຝ່າຍໃຫ້ຄຳໝັ້ນສັນຍາແກ້ໄຂບັນດາຄວາມບໍ່ລົງລອຍກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ. ທ່ານ Hor Namhong ຖືວ່າ: ສອງຝ່າຍຄວນປະຕິບັດ DOC ຢ່າງຄົບຖ້ວນ ຜ່ານການກຳນົດບັນດາການກະທຳລະອຽດເພື່ອຜົນປະໂຫຍດລວມ ແລະ ເຂົ້າຮ່ວມການປຶກສາຫາລືຄັ້ງຕ່າງໆບົນພື້ນຖານກ້າວໄປເຖິງປະມວນຂໍ້ກຳນົດການປະພຶດຢູ່ທະເລຕາເວັນອອກ (COC) ເທື່ອລະກ້າວ.
ທ່ານນາງ ພູຢີງ ຮອງລັດຖະມົນຕີການຕ່າງປະເທດ ຈີນ ຖືວ່າ: ກອງປະຊຸມສຳມະນາແມ່ນໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊ່ືອໃຈເຊິ່ງກັນ ແລະ ກັນ, ຊຸກຍູ້ການຮ່ວມມື ພ້ອມກັນປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງຢູ່ທະເລຕາເວັນອອກ. ທ່ານນາງຮອງລັດຖະມົນຕີການຕ່າງປະເທດຈີນ ພູຢີງໄດ້ຢືນຢັນວ່າ: ຈີນໃຫ້ຄຳໝັ້ນສັນຍາປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ພ້ອມທັງຖືວ່າ ຈີນ ແລະ ອາຊຽນ ຄວນມີການເຄື່ອນໄຫວເພື່ອກ້າວໄປເຖິງເລື່ອງຮັບຮອງເອົາ COC ເທື່ອລະກ້າວ.