ກອງປະຊຸມຫົວເລື່ອງສະເພາະສະເຫຼີມສະຫຼອງ 70 ປີ ແຫ່ງວັນສິດທິມະນຸດໂລກ

(VOVWORLD) -ຫວຽດນາມ ຈະສືບຕໍ່ມານະພະຍາຍາມເພື່ອໃຫ້ປະຊາຊົນນັບມື້ນັບໄດ້ຊົມໃຊ້ສິດທິມະນຸດ ແລະ ຜົນງານຈາກກິດຈະການພັດທະນາປະເທດຊາດໄດ້ດີກວ່າ.

ວັນທີ 06 ທັນວາ, ຢູ່ແຂວງຮວ່າບິນ ຂອງຫວຽດນາມ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ສົມທົບກັບ ຄະນະຊີ້ນໍາກ່ຽວກັບສິດທິມະນຸດ ຂອງລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງ ຈັດຕັ້ງກອງປະຊຸມຫົວເລື່ອງສະເພາະ ເພື່ອສະເຫຼີມສະຫຼອງ 70 ປີ ແຫ່ງວັນສິດທິມະນຸດໂລກ (ວັນທີ 10 ທັນວາ).

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືບັນດາເນື້ອໃນຕົ້ນຕໍຄື: ຄຸນຄ່າຍຸກສະໄໝຂອງຖະແຫຼງການກ່ຽວກັບສິດທິມະນຸດສາກົນ - ກາລະໂອກາດ, ສິ່ງທ້າທາຍສໍາລັບຫວຽດນາມ; ຊາບຊຶມບັນດາເອກະສານຊີ້ນໍາກ່ຽວກັບວຽກງານໂຄສະນາສິດທິມະນຸດຂອງພັກ, ລັດ ແລະ ກໍານົດທິດໂຄສະນາສິດທິມະນຸດປີ 2019. ພ້ອມກັນນັ້ນ, ບັນດາຜູ້ແທນກໍແລກປ່ຽນ, ປຶກສາຫາລື, ແບ່ງປັນບົດຮຽນໃນວຽກງານໂຄສະນາ ກ່ຽວກັບສິດທິມະນຸດໃນສື່ມວນຊົນ.

        ທ່ານ ເຕື່ອງຢຸຍກຽນ ຫົວໜ້າສະຖາບັນຄົ້ນຄວ້າສິດທິມະນຸດ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ  ເນັ້ນໜັກວ່າ: ພາຍຫຼັງ 30 ປີ ແຫ່ງການປ່ຽນແປງໃໝ່, ຫວຽດນາມ ໄດ້ມີບັນດາຄວາມມານະພະຍາຍາມ ແລະ ບັນລຸໄດ້ບັນດາຜົນງານ ເຊິ່ງໄດ້ຮັບການຮັບຮູ້ຈາກສາກົນໃນການປົກປ້ອງ, ຊຸກຍູ້ສິດທິມະນຸດ, ໂດຍສະເພາະແມ່ນປະຕິບັດບັນດາເປົ້າໝາຍທົດສະວັດກ່ອນນີ້ ແລະເປົ້າໝາຍພັດທະນາແບບຍືນຍົງໃນປັດຈຸບັນ.

        ໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ມານະພະຍາຍາມເພື່ອໃຫ້ປະຊາຊົນນັບມື້ນັບໄດ້ຊົມໃຊ້ສິດທິມະນຸດ ແລະ ຜົນງານຈາກກິດຈະການພັດທະນາປະເທດຊາດໄດ້ດີກວ່າ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ສືບຕໍ່ແມ່ນສະມາຊິກ ທີ່ມີຄວາມຮັບຜິດຊອບ ແລະ ຕັ້ງໜ້າປະກອບສ່ວນ ເຂົ້າໃນການເຄື່ອນໄຫວຂອງບັນດາອົງການ ສປຊ ກ່ຽວກັບ ສິດທິມະນຸດ. 

ຕອບກັບ

ຂ່າວ/ບົດ​ອື່ນ