ກອງ​ປະ​ຊຸມ​ຫົວໜ້າ​ກົມການ​ຮົບ​ກອງ​ທັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 11

(VOVWORLD) -
ກອງ​ປະ​ຊຸມ​ຫົວໜ້າ​ກົມການ​ຮົບ​ກອງ​ທັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 11 - ảnh 1

(ພາບ: qdnd.vn)

   ຕອນເຊົ້າວັນທີ 10 ມີນາ, ກອງປະຊຸມຫົວໜ້າກົມການຮົບກອງທັບບັນດາປະເທດອາຊຽນຄັ້ງທີ 11(AMOM-11)  ໄດ້ຈັດຂຶ້ນຕາມຮູບການທາງອອນລາຍ ໂດຍພາຍໃຕ້ການເປັນປະທານຂອງທ່ານພົນຈັດຕະວາ Haji Abdul Razak Bin Haji Abd, ຫົວໜ້າບັນຊາການ ສຳນັກບັນຊາການຮົບສຳພັນທະມິດ. ທ່ານພົນຈັດຕະວາ ຫງວຽນດຶກກັນ, ຫົວໜ້າກົມການຮົບ, ກົມໃຫ່ຍເສນາທິການກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມຢູ່ຮ່າໂນ້ຍ. ກອງປະຊຸມໄດ້ແລກປ່ຽນກ່ຽວກັບສະພາບຄວາມສະຫງົບປອດໄພ ຢູ່ໃນພາກພື້ນ ແລະ ໂລກ, ພິເສດແມ່ນສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະ ໃໝ່ທີ່ກໍ່ຜົນກະທົບເຖິງພາກພື້ນ; ຕີລາຄາໝາກຜົນ, ການກຳນົດທິດການຮ່ວມມືລະຫວ່າງກອງທັບອາຊຽນ ເວົ້າລວມ ແລະ ລະຫວ່າງບັນດາກຳລັງການຮົບກອງທັບອາຊຽນ ເວົ້າສະເພາະໃນໄລຍະທີ່ຈະມາເຖິງ.

  ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຫົວໜ້າຄະນະຜູ້ແທນຫວຽດນາມ ຖືວ່າ: ກົມການຮົບບັນດາປະເທດອາຊຽນ ຄວນຮັກສາບົດບາດໃຈກາງ ໃນການສ້າງຄວາມໄວ້ວາງໃຈລະຫວ່າງກອງທັບບັນດາປະເທດອາຊຽນ. ເພີ່ມທະວີການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ ຜ່ານບັນດາການເຄື່ອນໄຫວລວມຂອງກອງທັບບັນດາປະເທດອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ