ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
|
(vovworld)- ຕອນບ່າຍວັນທີ 28/11, ຢູ່ສຳນັກງານສູນກາງພັກ, ອະນຸກຳມະການເອກະສານ ໄດ້ຈັດການປະຊຸມຮັບເອົາຄຳເຫັນປະກອບຈາກກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ, ສະມາຊິກສະພາແຫ່ງຊາດ, ແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນ ໃສ່ຮ່າງບັນດາເອກະສານຍື່ນສະເຫນີຕໍ່ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ເປັນປະທານການປະຊຸມດັ່ງກ່າວ. ບັນດາຄຳເຫັນສ່ວນຫລາຍແມ່ນສະແດງໃຫ້ເຫັນຈິດໃຈຄວາມຮັບຜິດຊອບສູງຕໍ່ພັກ, ຕໍ່ຊາດ, ຊົມເຊີຍເລື່ອງສູນກາງ ປະກາດຮ່າງເອກະສານໂດຍໄວເພື່ອຮັບເອົາຄຳເຫັນຈາກປະຊາຊົນ. ນີ້ແມ່ນບັ້ນດຳເນີນຊີວິດຢ່າງເລິກເຊິ່ງກວ້າງຂວາງ, ສະແດງຈິດໃຈປະຊາທິປະໄຕນັບມື້ນັບສູງໃນພັກ, ໃນປະຊາຊົນ ແລະ ໃນສັງຄົມ, ເສີມຂະຫຍາຍພູມປັນຍາ, ຄວາມສຸດຈິດສຸດໃຈຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຂົ້າໃນວິວັດການວາງແຜນກຳນົດທິດທາງ, ແຜນນະໂຍບາຍ ແລະ ນະໂຍບາຍໃຫຍ່ໃຫ້ການພັດທະນາຂອງປະເທດຊາດໃນໄລຍະຈະມາເຖິງ.