( vovworld ) - ກອງປະຊຸມຮ່ວມມືດ້ານທ່ອງທ່ຽວຄັ້ງທີ 8 ລະຫວ່າງ 3 ແຂວງກວາງຈິ້ ( ຫວຽດນາມ ) - ສະຫວັນນະເຂດ ( ລາວ ) ແລະ ມຸກດາຫານ ( ໄທ ) ໄດ້ດຳເນີນໄປໃນຕອນເຊົ້າວັນທີ 29/7, ຢູ່ນະຄອນດົງຮ່າ, ແຂວງກວາງຈິ້, ໃນຂອບເຂດບັນດາການເຄື່ອນໄຫວໃນງານບຸນ “ ຂົວເຊື່ອມຕໍ່ຂ້າມອາຊີ ” ຄັ້ງທີ 3 ຢູ່ກວ່າງຈິ້ 2012. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຖືວ່າ ໃນໄລຍະຈະມາເຖິງ ບັນດາແຂວງຕ້ອງສືບຕໍ່ປະຕິຮູບລະບຽບການເຂົ້າອອກເມືອງແລະ ການສົ່ງອອກນຳເຂົ້າຢູ່ແຕລະຄູ່ດ່ານຊາຍແດນ; ຫຼຸດຜ່ອນລະບຽບການດ້ານບໍລິຫານ, ສ້າງເງື່ອນໄຂໃຫ້ນັກທ່ອງທ່ຽວເດີນທາງບົກໄປເຖິງແຕ່ລະປະເທດ; ເອົາໃຈໃສ່ວາງແຜນຜັງສ້າງໂຄງລ່າງຄົມມະນາຄົມ, ໂຄງລ່າງດ້ານທ່ອງທ່ຽວ, ມຸ່ງໄປເຖິງສ້າງວົງຄະນະຍາດວິສາຫະກິດທ່ອງທ່ຽວໃນແລວເສດຖະກິດຕາເວັນອອກ - ຕາເວັນຕົກ. ທ່ານ Nguyen Duc Chinh, ຮອງປະທານຜູ້ປະຈຳຄະນະກຳມະການປະຊາຊົນແຂວງກວາງຈິ້ໃຫ້ຮູ້ວ່າ.
“ຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານທ່າແຮງຂອງແຕ່ລະທ່ອງຖິ່ນໃນແລວເສດຖະກິດຕາເວັນອອກ - ຕາເວັນຕົກ ໄດ້ວາງອອກໜ້າທີ່ທັງຮີບດ່ວນ, ທັງຍາວນານ, ຄວາມເອົາໃຈໃສ່ແກ້ໄຂຂອງອຳນາດການປົກຄອງຂັ້ນຕ່າງໆ, ຂະແໜງທ່ອງທ່ຽວ ແລະວິສາຫະກິດຂອງແຕ່ລະປະເທດ ເພື່ອນຳຂະແໜງທ່ອງທ່ຽວ 3 ແຂວງ ພັດທະນາຢ່າງເຂັ້ມແຂງ, ໝັ້ນຄົງກວ່າ, ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ໃນໂລກ”.