ກອງປະຊຸມຮ່ວມມືດ້ານ ເສດຖະກິດ, ການລົງທຶນ ຫວຽດນາມ - ລາວ 2012

ກອງປະຊຸມຮ່ວມມືດ້ານ ເສດຖະກິດ, ການລົງທຶນ ຫວຽດນາມ - ລາວ 2012 - ảnh 1
 ( ກອງ​ປະຊຸມ​ຮ່ວມ​ມື​ດ້ານເສດຖະກິດ, ການລົງທຶນ​ຫວຽດນາມ - ລາວ 2012 )

( vovworld ) -   ກອງ​ປະຊຸມ​ຮ່ວມ​ມື​ດ້ານເສດຖະກິດ ​ແລະ ການລົງທຶນ​ຫວຽດນາມ - ລາວ 2012 ​ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ບ່າຍ​ວັນ​ທີ 7/7, ທີ່​ນະຄອນ​ດາ​ນັ້ງ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ປະທານອາ​ນຸກຳມະການຮ່ວມ​ມື​ຫວຽດນາມ - ລາວ Nguyen Xuan Phuc ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີຜູ້​ປະຈຳການ​ລັດຖະບານ​ລາວ, ປະທານອາ​ນຸກຳມະການຮ່ວມ​ມື​ລາວ - ຫວຽດນາມ ສົມ​ສະຫວາດ ​ເລັ່ງສະຫວັດ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ. ຫວຽດນາມ​ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ 3 ປະ​ເທດ​ນຳ​ໜ້າ​ໃນ​ຈຳນວນ 52 ປະ​ເທດ ​ແລະ ​ເຂດ​ແຂວນລົງທຶນ​ເຂົ້າ​ລາວ. ຮອດ​ປີ 2015 ຫວຽດນາມ ສູ້​ຊົນ​ລົງທຶນ​ໄປ​ລາວ 7 ຕື້ USD. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ. ທ່ານ​ຮອງນາຍົກລັດຖະມົນຕີ Nguyen Xuan Phuc ​ຊີ້​ແຈ້ງວ່າ.

        “ກະຊວງ​ແຜນການ ​ແລະ ການ​ລົງທຶນ​ສອງ​ປະ​ເທດ ຕ້ອງ​ເປັນ​ເສນາ​ທິການ​ໃຫ້​ລັດຖະບານ​ຂອງສອງ​ປະ​ເທດ ຊຸກຍູ້​ບັນ​ດາ​ມາດ​ຕະການ​ຫນູນຊ່ວຍ ​ແລະ ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ພັດທະນາ​ການລົງທຶນ​ດຳ​ເນີນ​ທຸ​ລະກິດ. ສອງ​ຝ່າຍ​ຮັກສາ​ກົນ​ໄກ​​ໂອ້​ລົມ​ສົນທະນາ​ເປັນ​ປະຈຳ ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຢ່າງ​ທັນ​ການ, ຊຸກຍູ້​ການ​ລົງທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ. ພິ​ເສດ, ຍູ້​ໄວ​​ການ​ປັບປຸງກົນ​ໄກ, ນະ​ໂຍບາຍ​ລົງທຶນ​ດ້ານ​ການ​ຄ້າ​​. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ, ລັດຖະບານ​ລາວ ສືບ​ຕໍ່​ໜູນຊ່ວຍ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ​້​ວິ​ສາ​ຫະກິດ​ຫວຽດນາມ ລົງ​ທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່​ລາວ ຢ່າງ​ມີ​ປະສິດທິ​ຜົນ​”.

        ສ່ວນ​ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວາດ ​ເລັ່ງສະຫວັດ ​ໄດ້​ຢືນຢັນ​ວ່າ, ​ເລື່ອງ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ, ການຮ່ວມ​ມື ​ແລະ ພົບ​ປະ​ລະຫວ່າງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຂອງ​ສອງ​ປະ​ເທດ ນັບ​ມື້ນັບ​ຢືນຢັນ​ການ​ພົວພັນ​ທີ່​ສະໜິດ​ແໜ້ນ​ລະ​ຫວ່າງ​ລາວ - ຫວຽດນາມ. ສອງ​ຝ່າຍ​ຕ້ອງ​ສ້າງສຳ​ເລັດ​ເນື້ອ​ໃນ​ອານຸສັນຍາ​ກ່ຽວ​ກັບ​ການ​ປັບປຸງ, ​ເພີ່ມ​ເຕີມ​ສັນຍາ​ສົງ​ເສີມ ​ແລະ ປົກ​ປ້ອງ​ການ​ລົງທຶນ​ໂດຍ​ໄວ ​ແທນ​ໃຫ້​ສັນຍາ​ທີ່​ໄດ້​ຮັບ​ການ​ລົງ​ນານ​​ເມື່ອ​ປີ 1996 ​ເພື່ອ​ສາມາດ​ລົງ​ນານ​ໃນ​ປີ 2012.

ຂ່າວ/ບົດ​ອື່ນ