ກອງປະຊຸມຮ່ວມມືເຂດຊາຍແດນລະຫວ່າງລາວ,ຈີນ,ມຽນມາແລະໄທ

ກອງປະຊຸມຮ່ວມມືເຂດຊາຍແດນລະຫວ່າງລາວ,ຈີນ,ມຽນມາແລະໄທ - ảnh 1
ກອງປະຊຸມຮ່ວມມືເຂດຊາຍແດນລະຫວ່າງລາວ,ຈີນ,ມຽນມາແລະໄທ

(vovworld) – ວັນ​ທີ 8/1, ກອງ​ປະ​ຊຸມ​ຮ່ວມ​ມື​ເຂດ​ຊາຍ​ແດນ 4 ປະ​ເທດ (ລາວ, ຈີນ, ມຽນ​ມາ ແລະ ໄທ) ຄັ້​ງ​ທີ 5 ຖືກ​ອັດ​ລົງ​ຢູ່​ແຂວງ ບໍ່​ແກ້ວ, ປະ​ເທດ​ລາວ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້​ລວມ​ມີ​ການ​ນຳ​ທີ່​ມາ​ຈາກ 8 ແຂວງ​ຊາຍ​ແດນ 2 ປະ​ເທດ (ລວມ​ມີ: ແຂວງ ຊີບ​ສ໋ອງ ພັນ​ນາ, ແຂວງ ຢຽນ​ໜານ, ປະ​ເທດ​ຈີນ; ແຂວງ ບໍ່​ແກ້ວ, ຫຼວງ​ນ້ຳ​ທາ, ອຸ​ດົມ​ໄຊ ຂອງ​ລາວ; ແຂວງ ທ່າ​ຄີ​ເລັກ ຂອງ ມຽນ​ມາ ແລະ ແຂວງ ຈັງ​ວັດ ຊຽງ​ໄໝ່, ແຂວງ ຊຽງ​ຣາຍ, ປະ​ເທດ​ໄທ).

        ກອງ​ປະ​ຊຸມ​ຖືກ​ຈັດ​ຂຶ້ນ​ໃນ​ລະ​ຫວ່າງວັນ​ທີ 6 – 8/1, ບັນ​ດາ​ຜູ້​ແທນ​ໄດ້​ຕີ​ລາ​ຄາ​ຄືນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 8 ແຂວງ​ຊາຍ​ແດນ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ສະ​ເໜີ​ທິ​ດ​ທາງ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໃນ​ນັ້ນ​ສຸມ​ໃສ່​ຮ່ວມ​ມື​​ດ້ານ​ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອ​ງ​ທ່ຽວ, ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ແລະ ການ​ສຶກ​ສາ. ພິ​ເສດ, ການນ​ຳ 8 ແຂວງ​ຂອງ 4 ປະ​ເທດ​ໄດ້​ເຊັນ​ບົດ​ບັນ​ທຶກ​ຮ່ວມ​ມື​ພັ​ດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ໃນ​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ແລະ ໃນ​ພາກ​ພື້ນ​ອາ​ຊ​ຽນ.


ຂ່າວ/ບົດ​ອື່ນ