ກອງປະຊຸມເຈົ້າຄອງນະຄອນບັນດາ ປະເທດອະນຸພາກພື້ນແມ່ນ້ຳຂອງປີ 2012

ກອງປະຊຸມເຈົ້າຄອງນະຄອນບັນດາ ປະເທດອະນຸພາກພື້ນແມ່ນ້ຳຂອງປີ 2012 - ảnh 1

ບັນດາ​ຜູ້​ແທນ​ເຂົ້າຮ່ວມ​ກອງ​ປະຊຸມ

(ພາບ:bvhttdl.gov.vn)

(vovworld)- ກອງ​ປະຊຸມ​ເຈົ້າຄອງ​ນະຄອນທ່ອງ​ທ່ຽວ​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ​ປີ 2012 ​ແລະ ລາຍການ “ງານ​ລາຕີ​ກຳປູ​ເຈຍ“ ​ໄດ້​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 13/9 ​ໃນ​ຂອບ​ເຂດ​ງານ​ຕະຫຼາດນັດ​ການທ່ອງທ່ຽວ​ສາກົນ​ນະຄອນ​ໂຮ່ຈິ​ມິນ. ທີ່​ກອງ​ປະຊຸມ, ​ເຈົ້າຄອງ​ບັນດາ​ນະຄອນ​ໄດ້​ຮັບຮອງ​ເອົາ​ຍຸດ​ທະ​ສາດ ​ແລະ ຂັ້ນຕອນ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ 2011-2015 ຂອງອະນຸ​ພາກ​ພື້ນ​ແມ່ນ້ຳຂອງ​​ເປີດ​ກ້ວາງ​ ​ແລະ ລົງ​ນາມ​ໃນ​ຖະ​ແຫຼ​ງການ​ຮ່ວມ. ຖະ​ແຫຼ​ງການ​ຮ່ວມ​ຊີ້​ແຈ້ງ​ຄຳໝັ້ນສັນຍາຈະ​ເພີ່ມ​ທະວີ ​ແລະ ສົ່ງ​ເສີມ​ອົງການ​ທ່ອງ​ທ່ຽວ​ຂອງ​ຝ່າຍ​ຕ່າງໆ​​ເພື່ອຮ່ວມມື​ກັນ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການວາງ​ແຜນ​ພັດທະນາ​ການທ່ອງທ່ຽວ, ​ໂຄສະນາ, ສົ່ງ​ເສີມ​ການທ່ອງທ່ຽວ, ຮ່ວມ​ສຳພັນ​ພັດທະນາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ…​ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ  Le Hoang Quan ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ຊີ້​ແຈ້ງວ່າ:

   “ພວກ​ຂ້າພະ​ເຈົ້າຫວັງ​ວ່າ, ​ໃນ​ເທື່ອ​ໜ້າ​ຈະ​ມີ​ການ​ເຂົ້າຮ່ວມ​ຂອງ​ການ​ນຳ​ບັນດາ​ນະຄອນ​ໃນອະນຸ​ພາກ​ພື້ນ​ແມ່ນ້ຳຂອງ​​ເຂົ້າຮ່ວມ​ຕື່ມ​ອີກ. ​ເຫດການ​ນີ້​ໄດ້​ຈັດຕັ້ງຂຶ້ນ​ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​ພັດທະນາ, ບົນ​ພື້ນຖານ​ສືບ​ທອດ, ​ເສີມ​ຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້. ພວກ​ຂ້າພະ​ເຈົ້າ​ເຊື່ອໝັ້ນວ່າ ກອງ​ປະຊຸມ​ເຈົ້າຄອງ​ນະຄອນທ່ອງ​ທ່ຽວ​ໃນອະນຸ​ພາກ​ພື້ນ​ແມ່ນ້ຳຂອງ​ ​ແມ່ນ​ພື້ນຖານ​ສຳຄັນ​ໃນ​ການ​ພັດທະນາ​ການທ່ອງທ່ຽວ​ຂອງ​ບັນດາ​ປະ​ເທດ​ໃນອະນຸ​ພາກ​ພື້ນ​ແມ່ນ້ຳຂອງ​“

 

 

 

 

 

 

ຂ່າວ/ບົດ​ອື່ນ