ກອງປະຊຸມເຈົ້າໜ້າທີ່ອະວຸໂສ ອາຊຽນ ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 54
(VOVWORLD) - ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກັວກຢູງ, ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກັວກຢູງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: baoquocte.vn)
ວັນທີ 29 ກໍລະກົດ, ໄດ້ຈັດໃຫ້ມີກອງປະຊຸມເຈົ້າໜ້າທີ່ອະວຸໂສ (SOM) ອາຊຽນ ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 54 (AMM-54). ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກັວກຢູງ, ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກັວກຢູງ ໄດ້ຢັງຢືນຄືນໃໝ່ການສະໜັບສະໜູນ ແລະ ຄຳໝັ້ນສັນຍາສຳລັບບັນດາການໃຫ້ບຸລິມະສິດ, ຂໍ້ລິເລີ່ມຂອງປະເທດປະທານ ອາຊຽນ 2021 Brunei; ແລະ ທ່ານເນັ້ນໜັກວ່າ: ໃນສະພາບການທີ່ໂລກລະບາດໂຄວິດ 19 ຍັງມີການຜັນແປອັນສັບສົນ, ບັນດາປະເທດ ອາຊຽນ ຄວນຍູ້ແຮງການຜັນຂະຫຍາຍແຜນການຊື້ວັກຊິນ ພ້ອມທັງເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືໃນການສຳຜັດ, ແຈກຢາຍ ກໍ່ຄືແບ່ງປັນບົດຮຽນ, ຍົກສູງຄວາມສາມາດເພື່ອຜະລິດວັກຊິນ.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກັວກຢູງ ຍັງເນັ້ນຫນັກວ່າ: ຫວຽດນາມ ຈະສືບຕໍ່ພ້ອມກັບບັນດາປະເທດຜັນຂະຫຍາຍບັນດາໝາກຜົນການຮ່ວມມືຂອງປີ 2020 ຢ່າງມີປະສິດທິຜົນ, ໃນນັ້ນມີການສ້າງວິໄສທັດປະຊາຄົມອາຊຽນຫຼັງປີ 2025.