ກອງປະຊຸມເຈົ້າໜ້າທີ່ເສດຖະກິດຂັ້ນສູງ ອາຊຽນ (SEOM)
(ພາບສຳນັກຂ່າວສານຫວຽດນາມ)
(vovworld) – ກອງປະຊຸມເຈົ້າໜ້າທີ່ເສດຖະກິດຂັ້ນສູງ ອາຊຽນ (SEOM) ຖືກໄຂຂຶ້ນໃນຕອນເຊົ້າວັນທີ 01/08 ຢູ່ນະຄອນຫລວງ ວຽງຈັນ, ລາວ ເພື່ອກະກຽມໃຫ້ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ເຂົ້າຮ່ວມກອງປະຊຸມມີບັນດາເຈົ້າໜ້າທີ່ເສດຖະກິດຂັ້ນສູງທີ່ມາຈາກ 10 ປະເທດສະມາຊິກ ອາຊຽນ ແລະ ຮອງເລຂາທິການໃຫຍ່ ອາຊຽນ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາງ ຫງວຽນກວຽນງາ, ຫົວໜ້າ SEOM ຫວຽດນາມ ນຳໜ້າ. ໃນ 2 ວັນດຳເນີນກອງປະຊຸມ, ບັນດາເຈົ້າໜ້າທີ່ເສດຖະກິດຂັ້ນສູງ ອາຊຽນ ຈະປຶກສາຫາລື ແລະ ເຫັນດີເປັນເອກະສັນບັນດາເນື້ອໃນ ເພື່ອຍື່ນສະເໜີຕໍ່ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 48 (AEM 48) ແລະ ບັນດາກອງປະຊຸມກ່ຽວຂ້ອງທີ່ຈະດຳເນີນໃນລະຫວ່າງວັນທີ 03 – 06/08 ຢູ່ນະຄອນຫລວງ ວຽງຈັນ. ຕາມແຜນການແລ້ວ, AEM 48 ຈະປຶກສາຫາລືບັນດາບັນຫາ ເຊິ່ງໄດ້ຮັບການແລກປ່ຽນຢູ່ກອງປະຊຸມວົງແຄບລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 22 ຈັດຕັ້ງຢູ່ ຊຽງໃໝ່, ໄທ ໃນເດືອນ 3 ຜ່ານມາ ແລະ ສຸມໃສ່ປຶກສາຫາລື 8 ບຸລິມະສິດຂອງເສົ້າຄ້ຳເສດຖະກິດ ອາຊຽນ ເຊິ່ງຄາດຄະເນວ່າ ຈະໄດ້ຮັບການຮັບຮອງເອົາທີ່ກອງປະຊຸມຄັ້ງນີ້. ນອກນັ້ນ, ບັນດາລັດຖະມົນຕີຈະແລກປ່ຽນບັນດາມາດຖານສ້າງປະຊາຄົມເສດຖະກິດ ອາຊຽນ (AEC), ວາງແຜນການ ແລະ ທິດທາງໃນການຈັດຕັ້ງປະຕິບັດແຜນການປະຊາຄົມເສດຖະກິດ ອາຊຽນ 2025. ກອງປະຊຸມກໍ່ຈະຮັບຮອງເອົາບັນດາເອກະສານສຳຄັນຂອງ ອາຊຽນ ແລະ ອາຊຽນ ກັບບັນດາປະເທດຄູ່ຮ່ວມມື.