ກອງປະຊຸມແຫ່ງຊາດ ກ່ຽວກັບການພົວພັນ ແຮງງານ
(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 31/05, ຢູ່ຮ່າໂນ້ຍ, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ໄດ້ສົມທົບກັບສະຫະພັນໃຫຍ່ແຮງງານຫວຽດນາມ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ແລະ ອົງການຈັດຕັ້ງແຮງງານສາກົນ (ILO) ຈັດຕັ້ງພິທີເປີດສະໜອງໂຄງການພົວພັນແຮງງານລະຫວ່າງຫວຽດນາມ ແລະ ILO ແລະ ກອງປະຊຸມແຫ່ງຊາດກ່ຽວກັບການພົວພັນແຮງງານ. ທີ່ກອງປະຊຸມ. ບັນດາຜູ້ແທນໄດ້ຖືວ່າ ກົດໝາຍວ່າດ້ວຍແຮງງານ ແລະ ກົດໝາຍວ່າດ້ວຍກຳມະບານ ມີການປັບປຸງສຳຄັນກ່ຽວຂ້ອງເຖິງການພົວພັນແຮງງານ. ແຕ່, ເພື່ອນຳບັນດາຂໍ້ກຳນົດໃໝ່ນີ້ເຂົ້າໃນຊີວິດຕົວຈິງ ແນໃສ່ປັບປຸງການພົວພັນແຮງງານຢູ່ຫວຽດນາມ, ປົກປ້ອງສິດ ແລະ ຜົນປະໂຫຍດອັນສອບທຳຂອງບັນດາຝ່າຍໃນການພົວພັນແຮງງານ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ມີບາງຄຳເຫັນໄດ້ຖືວ່າ ບັນດາຂໍ້ກຳນົດຂອງກົດໝາຍວ່າດ້ວຍແຮງງານ ແລະ ກົດໝາຍວ່າດ້ວຍກຳມະບານ ພຽງແຕ່ຕອບສະໜອງໄດ້ສ່ວນໃດສ່ວນໜຶ່ງຄວາມຮຽກຮ້ອງສະພາບຕົວຈິງ. ທ່ານ ມາຍດຶກຈິ໋ງ, ຮອງປະທານສະຫະພັນໃຫຍ່ແຮງງານຫວຽດນາມ ຖືວ່າ.
“ເພື່ອສ້າງລະບົບການພົວພັນແຮງງານທີ່ກ້າວໜ້າຕ້ອງມີ 3 ປັດໃຈຄື: ຕ້ອງມີລະບົບກົດໝາຍ ຄົບຊຸດ, ເໝາະສົມ ແລະ ກ້າວໜ້າ; ທີ່ 2 ແມ່ນຕ້ອງມີຂໍ້ກຳນົດກົດລະບຽບຮັບປະກັນ ແລະ ໜູນຊ່ວຍການການພົວພັນແຮງງານຢ່າງມີປະສິດທິຜົນ; ທີ 3 ແມ່ນ ຕ້ອງມີອົງການກຳມະບານ ແລະ ອົງການຕາງໜ້າໃຫ້ຜູ້ນຳໃຊ້ຄົນງານຢ່າງແຮງ, ມີຄວາມສາມາດປະຕິບັດບົດບາດໜ້າທີ່ຂອງຕົນຢ່າງຄົບຖ້ວນ, ສົມທົບກັບບັນດາຄູ່ຮ່ວມມືໃນການພົວພັນແຮງງານເປັນຢ່າງດີ”.