ກອງປະຊຸມໂຕະມົນຫວຽດນາມ - ອາເມລິກາ ກ່ຽວກັບທາດພິດສີສົ້ມ/ດີໂອຊິນ
ບັນດາຜູ້ແທນປຶກສາຫາລືກ່ຽວກັບແຜນການດຳເນີນງານໃນຕໍ່ໜ້າ
(ພາບ: nhandan.com.vn)
(vovworld) - ກອງປະຊຸມໂຕະມົນຄັ້ງທີ 2 ຂອງກຸ່ມເຈລະຈາຫວຽດນາມ - ອາເມລິກາ ກ່ຽວກັບທາດພິດສີສົ້ມ/ດີໂອຊິນ ຖືກຈັດຂຶ້ນໃນວັນທີ 21/4 ຢູ່ນະຄອນບຽນຮ່ວາ, ເພື່ອຕີລາຄາການເຄື່ອນໄຫວຕ່າງໆໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກ ທາດພິດສີສົ້ມ/ດີໂອຊິນ ຢູ່ຫວຽດນາມ ໃນໄລຍະຜ່ານມາ ແລະ ສະເໜີບັນດາມາດຕະການຊຸກຍູ້ການແກ້ໄຂບັນຫານີ້ຢ່າງມີປະສິດທິຜົນກວ່າໃນຕໍ່ໜ້າ. ພ້ອມກັບຄວາມມານະພະຍາຍາມໃນການແກ້ໄຂ ຜົນຮ້າຍຢ້ອນຫຼັງຈາກ ທາດພິດສີສົ້ມ/ດີໂອຊິນຂອງຫວຽດນາມ, ໃນຊຸມປີມໍ່ໆມານີ້, ລັດຖະບານອາເມລິກາ ໄດ້ມີການຮ່ວມມືໃນວຽກງານແກ້ໄຂບັນຫາດັ່ງກ່າວ. ພິເສດແມ່ນໂຄງການລ້າງພິດຢູ່ສະໜາມບິນດ່ານັ້ງ ທີ່ພວມໄດ້ຮັບການຜັນຂະຫຍາຍ. ຜູ້ຕາງໜ້າສະຫະພັນສະມາຄົມຄົນພິການຫວຽດນາມ ຖືວ່າ ບັນດາທະຫານຜ່ານເສິກອາເມລິກາ, ອົດສະຕາລີ, ນິວຊີແລນ ທີ່ເຄີຍເຂົ້າຮ່ວມສົງຄາມຢູ່ຫວຽດນາມ ລ້ວນແຕ່ໄດ້ຮັບການຊົດເຊີຍຍ້ອນຖືກຜົນສະທ້ອນຈາກ ທາດພິດສີສົ້ມ/ດີໂອຊິນ, ດັ່ງນັ້ນຊາວຫວຽດນາມທີ່ຖືກຜົນສະທ້ອນຈາກ ທາດພິດສີສົ້ມ/ດີໂອຊິນ ກໍ່ຈະໄດ້ຊົມໃຊ້ລະບອບນະໂຍບາຍດັ່ງກ່າວຈາກລັດຖະບານ ຫຼືບໍລິສັດທີ່ກໍ່ຜົນຮ້າຍຢ້ອນຫຼັງໂດຍກົງ.