(VOVWORLD) - ຕອນເຊົ້າວັນທີ 27 ມິຖຸນາ, ໄດ້ໄຂກອງປະຊຸມໃຫ່ຍຜູ້ແທນຄັ້ງທີ 11 ແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ອາຍຸການ 2019-2024.
ຄະນະປະທານກອງປະຊຸມໃຫ່ຍຜູ້ແທນຄັ້ງທີ 11
ແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ
(ພາບ: PLO)
|
ໃນອາຍຸການ 2019-2024, ແນວໂຮມປະເທດຊາດ ນະຄອນໂຮ່ຈີມິນ ຂັ້ນຕ່າງໆ ໄດ້ສືບຕໍ່ປ່ຽນແປງໃໝ່ວິທີການເຄື່ອນໄຫວ, ຫັນບັນດາຮູບການເຕົ້າໂຮມປະຊາຊົນເປັນຫຼາຍຮູບຫຼາຍແບບດ້ວຍຈຸດສຸມມຸ່ງໄປສູ່ຂັ້ນຮາກຖານ, ນຳເນື້ອໃນຂອງບັນດາບັ້ນປຸກລະດົມ, ຂະບວນການໃຫ່ຍເຖິງວົງຄະນາຍາດພົນລະເມືອງ, ແຕ່ລະຄອບຄົວ, ຜ່ານນັ້ນ, ເສີມຂະຫຍາຍຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ແລະ ຕອບສະໜອງການເຂົ້າຮ່ວມຂອງປະຊາຊົນທຸກຊັ້ນຄົນ. ພິເສດ, ແນວໂຮມປະເທດຊາດຈະແກ້ໄຂຂໍ້ຈຳກັດເພື່ອປະຕິບັດວຽກງານໄຈ້ແຍກຕີລາຄາຂອງສັງຄົມເປັນຢ່າງດີ, ຕິດຕາມກວດກາຢ່າງທັນການ, ຖືກຕາມບັນຫາ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຕົວຈິງ. ທ່ານຫງວຽນທ້ຽນເຍິນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນໂຮ່ຈີມິນ ຊີ້ນຳວ່າ:
ແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ຄວນສືບຕໍ່ຢືດໝັ້ນ, ປະຕິບັດພາລະໜ້າທີ່ຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາຂອງສັງຄົມຢ່າງມີົ້ວຄິດປະດິດສ້າງ, ຕອບສະໜອງບັນດາຄວາມຕ້ອງການອັນຮີບດ່ວນຂອງປະຊາຊົນໃນບັນດາຂົງເຂດ: ເຮືອນຢູ່, ສິ່ງແວດລ້ອມ, ການສຶກສາ, ສາທາລະນະສຸກ, ການປະຕິຮູບດ້ານບໍລິຫານ. ສົມທົບກັນຄົ້ນຄ້ວາກັບບັນດາຄະນະພັກນະຄອນ ປະຕິບັດການທົດລອງ ແນວໂຮມປະເທດຊາດ ຕິດຕາມກວດກາອົງການຈັດຕັ້ງພັກຢູ່ຂັ້ນຮາກຖານ.