(vovworld) - ຕອນເຊົ້າວັນທີ 27/06, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມນັກສິລະປິນຟ້ອນ ຫວຽດນາມ ຄັ້ງທີ 6, ອາຍຸການ 2015 – 2020. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຕີລາຄາສູງບັນດາຜົນງານເຊິ່ງສະມາຄົມນັກສິລະປິນຟ້ອນຫວຽດນາມ ບັນລຸໄດ້ໃນອາຍຸການຜ່ານມາ; ຢືນຢັນວ່າ ສິລະປະຟ້ອນຫວຽດນາມ ໄດ້ສ່ອງແສງບັນດາຈຸດພົ້ນເດັ່ນຂອງ 54 ຊົນເຜົ່າອ້າຍນ້ອງ, ປະກອບສ່ວນສ້າງເປັນພື້ນຖານສີສັນວັດທະນະທຳຫວຽດນາມ.
ທີ່ກອງປະຊຸມໃຫຍ່, ຜູ້ແທນໄດ້ປຶກສາຫາລືບັນດາບັນຫາຄື: ຊຸກຍູ້ການເຄື່ອນໄຫວຄົ້ນຄວ້າທິດສະດີ, ຍົກສູງຄຸນນະພາບການບຳລຸງສ້າງໄວໜຸ່ມທີ່ມີຄວາມເກັ່ງກ້າສາມາດ. ພິເສດແມ່ນຕ້ອງຍູ້ແຮງການພົວພັນ, ແລກປ່ຽນບົດຮຽນກັບບັນດາປະເທດໃນກຸ່ມອາຊຽນ ກໍ່ຄືປະເທດອື່ນໆໃນພາກພື້ນ ແລະ ຢູ່ໃນໂລກ.